ທ່ານນາຍົກລັດຖະມົນຕີສີລັງກາແລະພັນລະຍາສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີສີລັງກາແລະພັນລະຍາສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສີ​ລັງ​ກາ Ranil Wichremesinghe
 ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ນ​ຟຸກ

(vovworld)- ຕອນ​ຄ່ຳ​ວັນ​ທີ 18/4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສີ​ລັງ​ກາ Ranil Wichremesinghe ແລະ ພັນ​ລະ​ຍາ​ໄດ້​ສິ້ນ​ສຸ​ດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ກາ​ນ​ຢ່າງ​ຈົບ​ງາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແຕ່​ວັນ​ທີ 16-18/4/2017. ໃນ​ການ​ຢ້ຽມ​ຢາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສີ​ລັງ​ກາ Ranil Wichremesinghe ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ​ຈ້ອງ, ພົບ​ປະ​ກັບ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິກ​ີມ​ເງີນ ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ການ​ລົງ​ທຶນ ຫວຽດ​ນາມ - ສີ​ລັງ​ກາ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ​ນັ້ນ, ສອງ​ຝ່າຍ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອັນ​ດີ​ງາມ​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ 47 ປີ​ຜ່ານ​ມາ ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ (21/7/1970). ສອງ​ຝ່າຍ​ໄດ້​ເປັນ​ເອກ​ະ​ພາບ​ບັນ​ດາ​ທິດ​ທາງ​ໃຫ​ຍ່ ເພື່ອ​ແນ​ໃສ່​ນຳ​ການ​ພົວ​ພັນ​ສອງ​ຝ່າຍ​ໃຫ້​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່. ສອງ​ຝ່າຍ​ເນັ້ນ​ຫ​ນັກ​ເຖ​ິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ ຢູ່ ທະ​ເລ​ຕາ​ເວັນ​ອອກ, ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ, ການ​ບິນ ແລະ ການ​ຄ້າບໍ່​ຖືກ​ກີດ​ຂວາງ, ແກ້​ໄຂ​ບັນ​ດາ​ກາ​ນ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ​່ອງ​ກັບ​ກົດ​ໝາຍ​ສາ​ກົນ.


ຕອບກັບ

ຂ່າວ/ບົດ​ອື່ນ