ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະພາຜູ້ແທນປຊຊແຫ່ງຊາດຈີນຈາງເຕີຈຽງ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະພາຜູ້ແທນປຊຊແຫ່ງຊາດຈີນຈາງເຕີຈຽງ - ảnh 1
ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ
ປະທານສະພາຜູ້ແທນປຊຊແຫ່ງຊາດ ຈີນ ຈາງເຕີຈຽງ

(vovworld) – ​    ທີ່​ການ​ຕ້ອນຮັບ​ທ່ານ ຈາງ​ເຕີ​ຈຽງ ປະທານ​ສະພາ​ຜູ້​ແທນ​ປຊຊແຫ່ງ​ຊາດ ຈີນ ​ໃນ​ຕອນ​ເຊົ້າ​ວັນ​ທີ 09/11 ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການພົວພັນ​ມິດຕະພາບ​ກັບ ຈີນ; ຖື​ນີ້​ແມ່ນ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ເລືອກ​ເຟັ້ນຍຸດ​ທະ​ສາດ ​ແລະ ​ແມ່ນ​ບຸລິມະສິດ​ແຖວ​ໜ້າ​ໃນ​ນະ​ໂຍບາຍ​ຕ່າງປະ​ເທດ​ຂອງ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ 2 ອົງການນິຕິບັນ​ຍັດ 2 ປະ​ເທດ​ສືບ​ຕໍ່​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ​ໃນ​ອະນາຄົດ. ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ 2 ປະ​ເທ​ດ​ໃນ​ໄລຍະ​ຈະ​ມາ​ເຖິງ​ກ່ວາ​ອີກ, ທ່ານ​ນາຍົກລັດຖະມົນຕີສະ​ເໜີ 2 ຝ່າຍ​ສືບ​ຕໍ່​ຮັກສາ​ການ​ພົບ​ປະ​ແລກປ່ຽນ​ຂັ້ນ​ສູງ, ​ເພີ່ມ​ທະວີ​ຄວາມ​ໄ​ວ​​້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ; ​ແລກປ່ຽນ​ຍຸ​ດທະ​ສາດ​, ຊີ້​ນຳ​ການພັ​ດທະ​ນາສາ​ຍພົວພັນ 2 ປະ​ເທດເປັນ​ປະຈຳ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ 2 ຝ່າຍ​ຄວບ​ຄຸມ​ບັນດາ​ຄວາມ​ບໍ່​ລົງ​ລອຍ​​ເປັນ​ຢ່າງ​ດີ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຖື​ວ່າ: ​ເລື່ອງ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ ອັນ​ຍາວ​ນານ​ຂອງ 2 ປະ​ເ​ທດ ຫວຽດນາມ - ຈີນ.

        ສ່ວນ​ທ່ານ​ປະທານ​ສະພາ​ຜູ້​ແທນ​ປຊຊແຫ່ງ​ຊາດ​ ຈີນ  ຈາງ​ເຕີ​ຈຽງ ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ເຈລະຈາ​ອັນ​ດີງາມ​ກັບ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ. ຕາມ​ນັ້ນ​ແລ້ວ 2 ຝ່າຍ​ໄດ​້​ແລກ​ປ່ຽນ​ຢ່າງ​​ເລິກ​​ເຊິ່ງກ້ວາງ​ຂວາງ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົບ​ປະ, ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ຈີນ ກັບ ສະພາ​ແຫ່ງ​ຊາດ ຫວຽດ​ນາມ ກ່ວາ​ອີກ. ​ເຕື້ອງ​ເຖິງ​​ເລື່ອງ​ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ ຫວຽດນາມ - ຈີນ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ ຈາງ​ເຕີ​ຈຽງ ປາດ​ຖະໜາ​ວ່າ 2 ປະ​ເທດ​ສ້າງ​ພື້ນຖານ​ໝັ້ນຄົງ, ຊຸກຍູ້​ການ​ພັດທະນາ​ເປັນ​ປົກກະຕິ ​ແລະ ໝັ້ນຄົງ, ພິ​ເສດ​ແມ່ນ​ດ້ານ​ການ​ເມືອງ. 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຍຸດ​ທະ​ສາດ​ພັກ​ທະນາ.

ຂ່າວ/ບົດ​ອື່ນ