ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການກຸ່ມລໍ​ລິ​ສຸດປະກັນຊີວິດGenerali ປະເທດ ອີຕາລີ

(VOVWORLD) -ຕອນບ່າຍວັນທີ 22 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Philippe Donnet ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Generali ຊື່ງແມ່ນກຸ່ມບໍລິສັດປະກັນ ຊີວິດແຖວຫນ້າຂອງ ອີຕາລີ. 
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການກຸ່ມລໍ​ລິ​ສຸດປະກັນຊີວິດGenerali ປະເທດ ອີຕາລີ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ  ຕ້ອນຮັບຜູ້ອຳນວຍການກຸ່ມປະກັນຊີວິດGenerali ປະເທດ ອີຕາລີ

ເຂົ້າຮ່ວມພິທີ ຍັງມີທ່ານນາງ Cecilia Piccionia ເອກອັກຄະລັດຖະທູດ ອີຕາລີ ປະຈຳຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ປາດຖະຫນາຢາກກຸ່ມບໍລິສັດ Generali ສົມທົບຢ່າງແຫນ້ນແຟ້ນກັບບັນດາຄູ່ຮ່ວມມື, ອົງການຂອງຫວຽດນາມ ເພື່ອເພີ່ມທະວີອັດຕາສ່ວນຜູ້ເຂົ້າຮ່ວມປະກັນຊີວິດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີທ່ານ Philippe Donnet   ແລະ ທ່ານນາງ ເອກອັກຄະລັດຖະທູດ Cecilia Piccioni ຂົນຂວາຍ ລັດຖະບານ ອີຕາລີ ສະຫນັບສະຫນູນ, ຮັບຮອງເອົາສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA). ສ່ວນທ່ານPhilippe Donnet ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Generali  ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງຫວຽດນາມ ໃນໄລຍະຜ່ານມາ, ສິ່ງນີ້ໄດ້ສ້າງຄວາມສະດວກໃຫ້ແກ່ການພັດທະນາຂອງຕະຫລາດປະກັນຊີວິດ. ກຸ່ມບໍລິສັດ Generali  ຈະປະກອບສ່ວນຫລາຍກວ່າອີກ ແລະ ພັດທະນາການດຳເນີນທຸລະກິດປະກັນຊີວິດ ເພາະສິ່ງນີ້ປະກອບສ່ວນໃນການຮັກສາສຸຂະພາບໃຫ້ປະຊາຊົນຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ