ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງຍຸດຕິທຳອີຕາລີ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງຍຸດຕິທຳອີຕາລີ - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບລັດຖະມົນຕີກະຊວງຍຸດຕິທຳອີຕາລີ
(ພາບ: TTXVN)

(vovworld)- ​​ຕອນ​ບ່າຍ ​ວັນ​ທີ 27/10, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ ທ່ານ Andrea Orlando ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸດ​ຕິ​ທຳ​ອີ​ຕາ​ລີ ແລະ ພະ​ນັກ​ງານ​ຂັ້ນ​ສູງ​ກະ​ຊວງ​ຍຸດ​ຕິ​ທຳ​ອີ​ຕາ​ລີ ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ຫວຽດ​ນາມ. ນະ​ທີ່ນີ້, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ຢາກ​ໃຫ້ ກະ​ຊວງ​ຍຸດ​ຕິ​ທຳ​ສອງ​ປະ​ເທດ ​ສືບ​ຕໍ່​ແລ​ກ​ປ່ຽນ​ບົດ​ຮຽນ ກ່ຽວ​ກັບ​ການກໍ່​ສ້າງ​ລະ​ບອບ, ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​ພະ​ນັກງານ​ຕຸ​ລາ​ການ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ ອີ​ຕາ​ລີ ຕັ້ງ​ໜ້າ​ຊຸກ​ຍູ້ EU ເຊັນ ແລະ ສັດ​ຕະ​ຍາ​ບັນ ​ສັນ​ຍາ​ກາ​ນ​ຄ້າ​ເສ​ລີ ຫວຽດ​ນາມ-EU (EEVFTA) ໂດ​ຍ​ໄວ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້​ນ​ໜັກ​ວ່າ:  ລັດ​ຖະ​ບານ​ຫວຽດ​ນາມ ຈະ​ສະ​ໜັບ​ສະ​ໜູນ​ບັນ​ດາ​ວິ​ສາ​ຫະ​ກິດ​ອີ​ຕາ​ລີ ທີ່​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ ຢູ່​ຫວຽ​ດ​ນາມ, ​ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຂົງ​ເຂດ​ທີ່ອີ​ຕາ​ລີ ມີ​ທ່າ​ແຮງ ແລະ ຫວຽດ​ນາມ​ ມີ​ຄວາມ​ຕ້ອງ​ການ.

        ສ່ວນ ທ່ານ ລັດ​ຖະ​ມົນ​ຕີ Andrea Orlando ໃຫ້​ຮູ້​ວ່າ: ໃນ​ການ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ຫວຽດ​ນາມ, ກະ​ຊວງ​ຍຸດ​ຕິ​ທຳ​ສອງ​ປະ​ເທດ ຈະ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື, ສ້າງ​ພື້ນ​ຖານ​​ ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື ໃນ​ຂົງ​ເຂດ​​ຕຸ​ລາ​ການ ໃຫ້​ມີ​ປ​ະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ ລະ​ຫວ່າງ ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ