ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ - ảnh 1
ທ່ານ ພົນ​ຕີ ສົມ​ແກ້ວ ສີ​ລາວົງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ

(vovworld)- ​ຕອນ​ບ່າ​ຍ​ວັນ​ທີ 16/3, ທີ່​ການ​ຕ້ອນ​ຮັບ​ທ່ານ ພົນ​ຕີ ສົມ​ແກ້ວ ສີ​ລາວົງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ລາວ​, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ​ໄດ້​ຢືນ​ຢັນ​ວ່າ:ລັດ​ຖະ​ບານ​ຫວຽດ​ນາມ ສະ​ຫນັບ​ສະ​ຫນູນ ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານ. ບັນ​ດາ​ກຳ​ລັງ​ທີ່​ກ່ຽວ​ຂ້ອງ​ຂອງ​ສອງ​ຝ່າຍ ຄວນ​ກຳ​ແຫນ້ນ​ສະ​ພາບ​ການ, ສົມ​ທົບ​ກັນ​ຕໍ່​ສູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ມ້າງ​ທຳ​ລາຍ​ຂອງ​ອິດ​ທິ​ກຳ​ລັງ​ເປັນ​ປໍ​ລະ​ປັກ, ການ​ເຄື່ອນ​ໄຫວ​ຍຸ​ແຍ່​ຊາວ​ຊົນ​ເຜົ່​າ​ສ່ວນ​ຫນ້ອຍໃຫ້​ມີ​ປະ​ສິດ​ທິ​ຜົນ, ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ສ້າງ​ເສັ້ນ​ຊາຍ​ແດນ​ສອງ​ປະ​ເທດ​ກາຍ​ເປັນ​ເສັ້​ນ​ຊາຍ​ແດນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ. ສອງ​ຝ່າຍ​ຄວນ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ເອ​ກະ​ສານ​ນິ​ຕິ​ກຳ​ໃນ​ຂົງ​ເຂດ​ຕຸ​ລາ​ການ, ອາ​ຍາ, ທາບ​ທາມ​ຄຳ​ເຫັນ, ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ​ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ໂລກ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ.

ສ່ວ​ນ​ທ່ານ ສົມ​ແກ້ວ ສີ​ລາ​ວົງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລາວ ໃຫ້​ຮູ້​ວ່າ: ທີ່​ການ​ເຈ​ລະ​ຈາ​ກັບ​ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມ, ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ຕໍ່​ການ​ຜັນ​ຂະ​ຫຍາຍ​ຫນ້າ​ທີ່​ຮ່ວມ​ມື​ໃນ​ປີ 2017 ໂດຍ​ອີງ​ໃສ່​ບົນ​ພື້ນ​ຖານ​ບັນ​ດາ​ຂໍ້​ຕົກ​ລົງ​ຊື່ງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ,ສອງ​ລັດ,ສອງລັດ​ຖະ​ບານ​ໄດ້​ເປັນ​ເອ​ກະ​ພາບ. ທ່ານ ສົມ​ແກ້ວ ສີ​ລາ​ວົງ​ຖື​ວ່າ ປີນີ້​ແມ່ນ​ປີ​ສະ​ເຫ​ລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ສອງ​ປະ​ເທດ​ເຊັ​ນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບແລະ ການ​ຮ່ວມ​ມື, 55 ປີ​ແຫ່ງວັນສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງນີ້​ເປັນ​ຂີດ​ໝາຍ​ແຫ່ງ​ບາດ​ກ້າວ​ໃນ​ການ​ຮ່ວມ​ມື​ໃຫມ່​ລະ​ຫວ່າງ​ກຳ​ລັງ​ຕຳ​ຫລວດ​ສອງ​ປະ​ເທດ. 


ຂ່າວ/ບົດ​ອື່ນ