ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີຄົມມະນາຄົມ,ພະລັງງານແລະສື່ສານສະວິດ

(VOVWORLD) -ຫວຽດນາມຍາມໃດກໍ່ຖືເປັນສຳຄັນການປັບປຸງ, ເພີ່ມທະວີການພົວພັນມິດຕະພາບກັບສະວິດ ແລະ ປາດຖະຫນາຢາກສອງປະເທດສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຢ່າງແຮງ ເປັນຕົ້ນແມ່ນດ້ານການຄ້າ ການລົງທຶນ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີຄົມມະນາຄົມ,ພະລັງງານແລະສື່ສານສະວິດ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ  ຫງວຽນຊວນຟຸກ

ພາບ:giaothongvietnam

ນັ້ນແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຕອນບ່າຍວັນທີ 3 ເມສາ ຢູ່ ຮ່າໂນ້ຍ ທີ່ການຕ້ອນຮັບທ່ານນາງລັດຖະມົນຕີຮັບຜິດຊອບດ້ານສິ່ງແວດລ້ອມ,ຄົມມະນາຄົມ,ພະລັງງານແລະສື່ສານສະວິດ Doris Leuthard ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ນະທີ່ນີ້ ທ່ານນາຍົກລັດຖະມົນຕີປາດຖະຫນາສອງຝ່າຍ ສິ້ນສຸດການເຈລະຈາ ແລະ ລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ສະວິດໂດຍໄວ ແລະ ປາດຖະຫນາຢາກບັນດານັກລົງທຶນ ສະວິດ ເຂົ້າມາລົງທຶນ ແລະ ເປີດກວ້າງການລົງທຶນຢູ່ຫວຽດນາມ ໃນຂົງເຂດຊື່ງສະວິດມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ. ທ່ານນາຍົກລັດຖະມົນຕີສະເຫນີ ສະວິດແບ່ງປັນບົດຮຽນ, ຫນູນຊ່ວຍຫວຽດນາມໃນການສ້າງລະບົບການສຶກສາມີຄຸນນະພາບສູງ. ສ່ວນທ່ານນາງ ລັດຖະມົນຕີ Doris Leuthard  ໃຫ້ຮູ້ວ່າ: ຄະນະມາຢ້ຽມຢາມຫວຽດນາມ ຄັ້ງນີ້ ລວມມີວິສາຫະກິດຫລາຍແຫ່ງເພື່ອຊອກຫາກາລະໂອກາດການຮ່ວມມືລົງທຶນດຳເນີນທຸລະກິດຢູ່ຫວຽດນາມ, ໃນນັ້ນມີຂົງເຂດການຢາ ຊື່ງແມ່ນທ່າແຮງຂອງ ສະວິດ ແລະ ປາດຖະຫນາຢາກຊຸກຍູ້ການຮ່ວມມືກັບຫວຽດນາມໃນຂົງເຂດນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ