ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດແອັດສະປາຍ

(VOVWORLD) -ຕອນເຊົ້າວັນທີ 19 ກັນຍາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Maria Jesus Figa Lopez Palop, ເອກອັກຄະລັດຖະທູດແອັດສະປາຍ ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດແອັດສະປາຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາງ Maria Jesus Figa Lopez Palop

(ພາບ: TTXVN)

ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ເຊິ່ງແມ່ນ “ຄູ່ຮ່ວມມືຍຸດທະສາດ ມຸ່ງໄປເຖິງອະນາຄົດ”, ຫວຽດນາມ ເອົາໃຈໃສ່ຍູ້ແຮງການພົວພັນກັບແອັດສະປາຍ ຢ່າງຮອບດ້ານ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ. ລັດຖະບານໄດ້ສ້າງທຸກເງື່ອນໄຂເພື່ອໃຫ້ວິສາຫະກິດແອັດສະປາຍ ມາລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ 2 ຝ່າຍເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍສ້າງໂຄງການດຳເນີນງານໂດຍໄວ ເພື່ອເປັນຂອບເຂດໃຫ້ແກ່ການຮ່ວມມືໃນຊຸມປີຈະມາເຖິງ; 2 ຝ່າຍຄວນສືບຕໍ່ສົມທົບກັນຢູ່ບັນດາເວທີປາໄສສາກົນຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ, ອາແຊມ, ອາຊຽນ - ອີຢູ…

ຕອບກັບ

ຂ່າວ/ບົດ​ອື່ນ