ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກພົບປະ 2 ຝ່າຍຢູ່ນອກກອງປະຊຸມສຸດຍອດອາຊຽນຄັ້ງທີ 35

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງເລື່ອງພັດທະນາຢ່າງຕັ້ງໜ້າສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ 3 ປະເທດຫວ່າງມໍ່ໆມານີ້

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກພົບປະ 2 ຝ່າຍຢູ່ນອກກອງປະຊຸມສຸດຍອດອາຊຽນຄັ້ງທີ 35 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Hun Sen 

(ພາບ: VGP)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ບາງກອກ, ປະເທດໄທ, ວັນທີ 03 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີບັນດາການເຮັດວຽກກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Hun Sen, ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ, ຜູ້ອຳນວຍການກອງທຶນເງິນຕາສາກົນ (IMF) ແລະ ເຈົ້າຊາຍແຫ່ງອັງກິດ.

        ທີ່ການເຮັດວຽກກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Hun Sen, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງເລື່ອງພັດທະນາຢ່າງຕັ້ງໜ້າສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ 3 ປະເທດຫວ່າງມໍ່ໆມານີ້, ສະເໜີໃຫ້ 3 ປະເທດຊຸກຍູ້ບັນດາຍຸດທະສາດ, ໂຄງການ, ການຮ່ວມມື ແລະ ການເຊື່ອມຕໍ່ລະຫວ່າງ 3 ປະເທດ, ອະນຸພາກພື້ນແມ່ນ້ຳຂອງ ກໍຄືກັບບັນດາຄູ່ຮ່ວມມືອື່ນໆ. ນາຍົກລັດຖະມົນຕີ 3 ທ່ານໄດ້ສຸມໃສ່ປຶກສາຫາລືບັນດາໜ້າທີ່ບຸລິມະສິດກ່ຽວກັບການເຊື່ອມຕໍ່, ພັດທະນາແບບຍືນຍົງ, ຊຸກຍູ້ດ້ານການຄ້າ - ການລົງທຶນ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນເຂດ 3 ຫຼ່ຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກພົບປະ 2 ຝ່າຍຢູ່ນອກກອງປະຊຸມສຸດຍອດອາຊຽນຄັ້ງທີ 35 - ảnh 2 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ

(ພາບ: VGP)

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ, 2 ຝ່າຍໄດ້ເນັ້ນໜັກເຖິງການຖືເປັນສຳຄັນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ຈີນ ໃຫ້ພັດທະນາຢ່າງສະຖຽນລະພາບ, ໝັ້ນຄົງ; ເຫັນດີຕໍ່ບັນດາມາດຕະການເພີ່ມທະວີການພົວພັນລະຫວ່າງ 2 ປະເທດໃນປີ 2020…

        ກ່ຽວກັບບັນຫາຢູ່ທະເລ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ 2 ຝ່າຍພ້ອມກັນຄວບຄຸມຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ, ບໍ່ປະໃຫ້ຖືກສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງ 2 ປະເທດ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ; ສືບຕໍ່ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ພັກ, 2 ລັດ, ບັນດາຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນດາບັນຫາຢູ່ທະເລລະຫວ່າງຫວຽດນາມ - ຈີນຢ່າງເຂັ້ມງວດ; ຢຶດໝັ້ນແກ້ໄຂບັນດາບັນຫາໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ແກ້ໄຂບັນຫາການຫາປາ ແລະ ຊາວປະມົງໃຫ້ເປັນຢ່າງດີ; ສະເໜີໃຫ້ຈີນ ເຄົາລົບບັນດາການເຄື່ອນໄຫວເສດຖະກິດທາງທະເລແບບທຳມະດາ, ເໝາະສົມກັບກົດໝາຍສາກົນຂອງຫວຽດນາມ; ຢືນຢັນວ່າ ຫວຽດນາມ ເດັດດ່ຽວ, ຢຶດໝັ້ນໃນການປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນ, ທະເລໝູ່ເກາະຕາມກົດໝາຍສາກົນ; ພ້ອມທັງເຊື່ອໝັ້ນວ່າ ບັນຫານີ້ຈະໄດ້ຮັບການແກ້ໄຂຢ່າງສົມເຫດສົມຜົນ. ຝ່າຍຈີນ ຢືນຢັນຄວາມປາດຖະໜາຢາກຄວບຄຸມຄວາມບໍ່ລົງລອຍກັນທາງທະເລໃຫ້ເປັນຢ່າງດີ, ລະງັບໃຈ, ບໍ່ປະໃຫ້ສົ່ງຜົນກະທົບເຖິງສະພາບການລວມຂອງ 2 ປະເທດ.

        ທີ່ການຕ້ອນຮັບທ່ານນາງຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) Kristalina Georgieva, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ IMF ສືບຕໍ່ໜູນຊ່ວຍຫວຽດນາມ ໃນການສ້າງຍຸດທະສາດພັດທະນາ, ບໍລິຫານເສດຖະກິດມະຫາພາກ, ຫັນການບໍລິຫານພື້ນຖານເສດຖະກິດເປັນທັນສະໄໝ.

        ທີ່ການຕ້ອນຮັບເຈົ້າຊາຍອັງກິດ Andrew, ຜູ້ວ່າການແຄ້ວນ York, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ ເຈົ້າຊາຍ ຈະສືບຕໍ່ປະກອບສ່ວນ ແລະ ໜູນຊ່ວຍໃຫ້ແກ່ການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອັງກິດ, ກໍ່ຄືການພັດທະນາຂອງຫວຽດນາມ ໃນຫຼາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ