ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບປະທານສະພາສູງແລະປະທານສະພາແຫ່ງຊາດກຳປູເຈຍ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບປະທານສະພາສູງແລະປະທານສະພາແຫ່ງຊາດກຳປູເຈຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ສູງ​ກຳ​ປູ​ເຈຍ Xay Chhum  
ພາບ:baomoi


(vovworld) - ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 25/4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ໄດ້​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ສູງ​ກຳ​ປູ​ເຈຍ Xay Chhum   ແລະ ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ Heng Xom rin. ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ປາດ​ຖະ​ຫນາ​ວ່າ ສະ​ພາ​ສູງ ແລະ ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ສືບ​ຕໍ່​ເອົາ​ໃຈ​ໃສ່, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະການ​ ລົງ​ທຶນ ຫວຽດ​ນາມ - ກຳ​ປູ​ເຈຍ, ສົມ​ທົບ​ກັນ​ຍູ້​ແຮງ​ເພື່ອ​ສຳ​ເລັດ​ວຽກ​ງານ​ຂີດ​ຂັ້​ນ​ຊາຍ​ແດນ ແລະ ປັກ​ຫລັກ​ໝາຍ​ຊາຍ​ແດນ​ທາງ​ບົກ​ລະ​ຫວ່າງ​ສອງ​ປະ​ເທດສຳ​ເລັດ​ໂດຍ​ໄວ​ກໍ​ຄື​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ກ່ຽວ​ກັບ​ພື້ນ​ຖານ​ນິ​ຕິ​ກຳ​ຊ່ວຍ​ໃຫ້​ຊາວ​ຫວຽດ​ນາມ ຢູ່ ກຳ​ປູ​ເຈຍ ມີ​ຄວາມອຸ່​ນ​ອ່ຽນ​ໃຈ​ທຳ​ມາ​ຫາ​ກິນ ແລະ ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ​ຢູ່ ກຳ​ປູ​ເຈຍ.

ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ ( 24/6/1967-4/6/2017), ສອງ​ຝ່າຍ​ເຫັນ​ດີ​ຕັ້ງ​ຫນ້າ​ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫລີມ​ສະ​ຫລອງ​ເຫດ​ການ​ສຳ​ຄັນ​ນີ້ ແລະ ເນັ້ນ​ຫນັກ​ວ່າ ນີ້​ຈະ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ປ​ະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ພິ​ເສດ​ແມ່ນ​ລຸ້ນ​ຫນຸ່ມ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ຖືກ​ຕ້ອງ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຮັກ​ສາ​ການ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ.



ຕອບກັບ

ຂ່າວ/ບົດ​ອື່ນ