ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມປະເມີນຜົນ6ເດືອນຕົ້ນປີ2016ຂອງກະຊວງຕຳຫລວດຫວຽດນາມ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມປະເມີນຜົນ6ເດືອນຕົ້ນປີ2016ຂອງກະຊວງຕຳຫລວດຫວຽດນາມ - ảnh 1

ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະ​ເມີນ
​ຜົນ 6​ ເດືອນ​ຕົ້ນ​ປີ 2016 ​ຂອງ​ກະຊວງ​ຕຳຫລວດ​ຫວຽດນາມ
(ພາບ: ກະຊວງຕຳຫລວດ)

(vovworld) –​​ ​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ປະ​ເມີນ​ຜົນ 6 ​ເດືອນ​ຕົ້ນ​ປີ 2016 ຂອງ​ກະຊວງ​ຕຳຫລວດ ຫວຽດນາມ ​ທີ່ດຳ​ເນີນ​ໃນ​ວັນ​ທີ 28/06 ຢູ່​ນະຄອນ ​ໂຮ່ຈີ​ມິນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ​ໃນ 6 ​ເດືອນ​ທ້າຍ​ປີ, ກຳລັງ​ຕຳຫລວດ​ປະຊາຊົນ​ຄວນ​ສຸມ​ໃສ່​ປະຕິບັດບາງ​ໜ້າ​ທີ່ວຽກ​ງານ​ຈຸດ​ສຸມ​ເປັນ​ຢ່າງ​ດີ, ​ໃນ​ນັ້ນ ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ​​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທົ່ວ​ສັງຄົມ ​ແລະ ການ​ເຄື່ອ​ນ​ໄຫວ​ຂອງ​ກຳລັງ​ຕຳຫລວດ​ປະຊາຊົນ. ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ກຳລັງ​ຕຳຫລວດ​ປະຊາຊົນ​ທົ່ວ​ປະ​ເທດ​ຈົ່ງ​ຍົກ​ສູງ​ກຳລັງ​ຄວາມ​ສາມາດກຳ​ແໜ້ນ, ​ໄຈ້​ແຍກ, ຕີ​ລາຄາ, ຄາດ​ຄະ​ເນ​ສະພາບ​ການ ​ເພື່ອ​ເປັນ​ເສນາ​ທິການ​ຕໍ່​ພັກ, ລັດ​ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ປ້ອງ​ກັນ​ຄວາມ​ສະຫງົບຄວາມ​ເປັນ​ລະບຽບ​ຮຽບຮ້ອຍຢ່າງ​ທັນ​ການ ​ເ​ພື່ອຮັບ​ໃຊ້ການ​ພັດທະນາ​ເສດຖະກິດ - ສັງຄົມ; ຜັນ​ຂະຫຍາຍ​ແນວທາງ​ພາຍ​ໃນພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ປະ​ເທດ​ຊາດ. ທ່ານ​ນາຍົກລັດຖະມົນຕີ ຊີ້​ນຳ​ກຳລັງ​ຕຳຫລວດ​ທຸກ​ຂັ້ນ ຈັດ​ຕັ້ງ​ບັນດາການ​ບຸກ​ໂຈມ​ຕີປາບ​ປາມ, ຊອກ​ຈັບ​ອາດຊະຍາ​ກອນ​ເປັນ​ປະຈຳ, ລົບ​ລ້າງ​ບັນດາ​ສະຖານ​ທີ່​ສັບສົນ​ກ່ຽວ​ກັບ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສັງຄົມ​ຢ່າງ​ທັນ​ການ, ຫຼຸດຜ່ອນ​ບໍ່​ໃຫ້​ອາດຊະຍາ​ກຳ​ເພີ​່ມຂຶ້ນ

        ສຳລັບ​ການ​ເຄື່ອ​ນ​ໄຫວ​ກໍ່ສ້າງກຳລັງຕຳຫລວດ​ປະຊາຊົນ ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ຄະນະ​ພັກ​ຕຳຫລວດ​ສູນ​ກາງ, ກະຊວງ​ຕຳຫລວດ​ສືບ​ຕໍ່​ຜັນ​ຂະຫຍາ​ຍປະຕິບັດ​ມະຕິ​ສູນ​ກາງ​ເລກທີ 4 (ຊຸດ​ທີ 11) ຢ່າງ​ເຂັ້ມ​ງວດ.

ຂ່າວ/ບົດ​ອື່ນ