ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີໄຂງານຕະຫລາດນັດຈີນ-ອາຊຽນ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີໄຂງານຕະຫລາດນັດຈີນ-ອາຊຽນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ
​ທ່ານ​ຮອງ​ນາຍົກ​ລັດຖະມົນຕີ  ຈີນ ຈາງ​ສາວ​​ເຫຼືອ


(vovworld) – ​ “ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ​ໃນອະນາຄົດ​ການຮ່ວມ​ມື​ ລະຫວ່າງ ຈີນ ​ແລະ ອາ​ຊຽນ ຈະ​ດີງາມ ” ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ທີ່​ພິທີ​ໄຂ​ງານ​ຕະຫລາດນັດ ຈີນ - ອາ​ຊຽນ ຄັ້ງ​ທີ 13 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ ​ແລະ ການ​ລົງທຶນ ຈີນ - ອາ​ຊຽນ ຄັ້ງທີ 13 ​​ໃນ​ຕອນ​ເຊົ້າ​ວັນ​ທີ 11/09 ຢູ່​ນະຄອນ ໜາມ​ໜີງ ພາກ​ໃຕ້​ປະ​ເທດ ຈີນ. ທ່ານ​ນາຍົກລັດຖະມົນຕີ​ໄດ້ຕີ​ລາຄາ​ວ່າ ​ໃນ​ສະພາວະ​ເສດຖະກິດ​ໂລກ​ພວມ​ຟື້ນຕົວຢ່າງ​ຊັກ​ຊ້າ ອາ​ຊຽນ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ພາກ​ພື້ນ​ພັດທະນາ​ເສດຖະກິດ​ທີ່ຂະຫຍັນ​ຂັນ​ເຄື່ອນ​. ພາຍ​ຫລັງ 25 ປີ​​ແຫ່ງ​ການພັດທະນາ, ການ​ພົວພັນ ອາ​ຊຽນ - ຈີນ ​​ເປັນແບບຢ່າງສຳ​ເລັດ​ຜົນ​ໃນ​ການ​ຮ່ວມ​ມື​ຂອງ ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ສຳຄັນ. ທ່ານ​ນາຍົກລັດຖະມົນຕີ ຖື​ວ່າ ນີ້​ແມ່ນ​ກາລະ​ໂອກາດ​ໝັ້ນຄົງ ​ເພື່ອ​ເຊື່ອ​ໝັ້ນ​ວ່າ ​ໃນ​ອະນາຄົດ​ການ​ຮ່ວມ​ມື​​ລະຫວ່າງ ຈີນ ​ແລະ ອາ​ຊຽນ ຈະ​ດີງາມ. ຕໍ່ໜ​້າການ​ນຳ ຈີນ ​ແລະ ບັນດາ​ປະ​ເທດ ອາ​ຊຽນ ​ແລະ ນັກ​ລົງທຶນ​ນັບ​ພັນ​ຄົນ, ທ່ານ​ນານ​ົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້​ຮູ້​ວ່າ: ​ໃນ 5 ປີ​ຈະ​ມາ​ເຖິງ, ຫວຽດນາມ ຈະ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ໃຫ້​ໝັ້ນຄົງ, ຕະຫລາດການ​​ຄ້ານັບ​ມື້​ນັບ​ເປີດ​ກ້ວາງ. ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ສັນ​ຍາການ​ຄ້າ​ເສລີ 12 ສະບັບ ​ແລະ ພວມ​ເຈລະຈາ​ສັນຍາ​ການ​ຄ້າ​ຫລາຍ​ສະບັບ​ອື່ນໆອີກ. ທ່ານ​ນາຍົກລັດຖະມົນຕີ ​ເຊື່ອ​ໝັ້ນ​ວ່າ ​ໃນ​ອະນາຄົດ​ບໍ່​ໄກ ບັນດາ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ ຫວຽດນາມ ຈະ​ມີ​ໂອກາດ​ສຳ​ພັດກັບ​ຕະຫລາດ 55 ຄູ່​ຮ່ວມ​ມື ​ໃນ​ນັ້ນ ມີ 15 ຄູ່​ຮ່ວມ​ມື​ຂຶ້ນ​ກັບ​ກຸ່ມ G20. ພາຍຫລັງ​ສິ້ນ​ສຸດ​ພິທີ​ໄຂ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​​ເຂົ້າ​ຮ່ວມ​ພິທີເປີດ​ສະຫຼອງ​ຮ້ານ​ວາງສະ​ແດງ​ແຫ່ງ​ຊາດກິ​ດຕິ​ມະ​ສັກ​ດ້ວຍ​ຫົວ​ຂໍ້​ວ່າ: ນະຄອນ​ທີ່​ສວຍ​ງາມ.

        ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 10/09 ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ສາທາລະນະ​ລັດ ປະຊາຊົນ ຈີນ ຈາງ​ສາວ​​ເຫຼືອ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ຫວຽດນາມ ຍືດໝັ້ນການປະຕິບັດ​​ແນວທາງ​ການ​ທູດ​ສັນຕິພາບ, ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ​ແລະ ຫລາຍ​ຝ່າຍ; ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ ຈີນ. ທ່ານ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ ສາທາລະນະ​ລັດ ປະຊາຊົນ ຈີນ ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້ ທ່ານຈະ​ພ້ອມ​ກັບ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດຖະບານ ຈີນ ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ 2 ປະ​ເທດ​​ໃຫ້ພັດທະນາ​ຢ່າງ​ມີສະຖຽນ​ລະ​ພາບ​ໃນ​ໄລຍະ​ຈະ​ມາ​ເຖິງ, ຕັ້ງໜ້າ​ສົມທົບ​ກັນ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ, ສິ່ງ​ຕິດ​ຂັດ, ນຳ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່; ພ້ອມ​ກັນຄວບ​ຄຸມ​ຄວາມ​ບໍ່​ລົງ​ລອຍ​ກັນບົນ​ທະ​ເລ​ເປັນ​ຢ່າງ​ດີ, ຍືດໝັ້ນ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ສົນ​ທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ພາກ​ພື້ນ.

        ​ແລະ​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ່​​ໃຫ້ການ​ຕ້ອນຮັບທ່ານ ​ເພິ໋ງຈິງ​ຮ໋ວາ ເລຂາຄະນະ​ພັກ​ເຂດ​ປົກຄອງດ້ວຍ​ຕົນ​ເອງຊົນ​ເຜົ່າ ຈວາງ ​ແຂວງ ກວາງຊີ.


ຂ່າວ/ບົດ​ອື່ນ