ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບທ່ານນາຍົກລັດຖະມົນຕີກຳປູເຈຍHunSen

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບທ່ານນາຍົກລັດຖະມົນຕີກຳປູເຈຍHunSen - ảnh 1
ທ່ານ​ ຫງວຽນ​ຊວນ​ຟຸກ ​​ເຈລະຈາ​ກັບ​
ທ່ານ Samdech Techo Hun Sen
(ພາບ: TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 23/11 ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ຂັ້ນ​ສູງ ກຳປູ​ເຈຍ - ລາວ - ຫວຽດນາມ ຄັ້ງ​ທີ 9 (CLV9) ຢູ່​ແຂວງ Siem Reap ປະ​ເທດ ກຳປູ​ເຈຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​​ໄດ້ເຈລະຈາ​ກັບ​ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີ ລາຊະ​ອານາຈັກ ກຳປູ​ເຈຍ ປະ​ເທດ​ເຈົ້າພາບ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້. ທີ່​ການ​ເຈລະຈາ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ ຍາ​ມ​ໃດ​ກໍ່​ປາ​ດຖະໜາ​ຢາກ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ກັບ ກຳປູ​ເຈຍ ຕາມ​ທິດນຳ​ເປັນ “ບ້ານ​ໃກ້​ເຮືອນ​ຄຽງ​ທີ່ດີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ”. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ກຳປູ​ເຈຍ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ລັດຖະບານ, ພັກ​ປະຊາຊົນ ກຳປູ​ເຈຍ (CPP) ​ແລະ ຂອງ​ທ່ານ​ນາຍົກລັດຖະມົນຕີ Hun Sen. ທ່ານ Hun Sen ກໍ່​ຢືນຢັນ​ແຜນ​ນະ​ໂຍບາຍ​ຂອງ​ລັດຖະບານ ກຳປູ​ເຈຍ ​ແມ່ນ​ເພີ່​ມທະວີ ​ແລະ ປັບປຸງ​ການ​ພົວພັນ “ບ້ານ​ໃກ້​ເຮືອນ​ຄຽງ​ທີ່ດີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ” ລະຫວ່າງ​ ກຳປູ​ເຈຍ  ​ແລະ ຫວຽດນາມ.

        ນາຍົກລັດຖະມົນຕີທັງ 2 ທ່ານ​ກໍ່​ເຫັນ​ດີ​ເປັນ​ເອກະສັນ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ສົ​ມກຽດ​ເພື່ອ ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ກຳປູ​ເຈຍ (24/06/1967 – 24/06/2017) ​ແລະ ຢືນຢັນ​ວ່າ ຈະ​ເປັນ​​ເຈົ້າພາບ​ຮ່ວມ​ພິທີ​ເປີດ​ສະຫຼອງ​ຂົວ ລອງ​ບີ​ງ (ອານ​ຢາ​ງ) – Chrey Thom (Kandal) ​ໃນ​ຕົ້ນ​ປີ 2017 ​ເພື່ອ​​ເປີດ​ສາກ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ບັນດາ​ເຫດການ​ສຳຄັນ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ