ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງທາຍງວຽນ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງທາຍງວຽນ - ảnh 1

(ພາບ: TTXVN)

(vovworld) -  ຕອນ​ເຊົ້າ​ວັນ​ທີ 25/3, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​​ໄດ້​ໄປຢ້ຽມຢາມ ​ແລະ ເຮັດ​ວຽກ​ຢູ່​ແຂວງ​ທາຍ​ງວຽນ. ​ໃນ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ທາຍ​ງວຽນ​ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ  ​ເນັ້ນໜັກ​ວ່າ: ​ແຜນ​ນະ​ໂຍບາຍ​ຂອງ​ລັດຖະບານ​ແມ່ນ​ສ້າງ​ທຸກ​ເງື່ອ​ນໄຂ​ເພື່ອ​ໃຫ້​ທາຍ​ງວຽນ ພັດທະນາ​ກາຍ​ເປັນ​ສູນ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ​ຂອງ​ເຂດ​ພູດ​ອຍທາງ​ພາກ​ເໜືອ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຮຽກຮ້ອງ​ໃຫ້​ແຂວງ​ທາຍ​ງວຽນ ​ແລະ ບັນດາ​ກະຊວງ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ຕ້ອງ​ຕັດສິນ​ໃຈ​ສ້າງ​ເສັ້ນທາງ​ດ່ວນ​ຮ່າ​ໂນ້ຍ-ທາຍ​ງວຽນ ສຳ​ເລັດ​ໃນ​ປີ 2013 ​ເພື່ອ​ຍູ້​ແຮງ​ການ​ດຶງ​ດູດ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ມີ​ຄຸນ​ນະພາ​ບສູງ. ທ່ານ​ຍັງ​ຮຽກຮອ້ງ​ໃຫ້​ແຂວງ​ທາ​ຍງວຽນ ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ການລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ.

   ​ແລະ ກໍ່​ໃນຕອນ​ເຊົ້າ​ວັນ​ທີ 25/3, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ໄດ້​ເຂົ້າຮ່ວມ​ພິທີ​ເລີ່ມລົງມື​ກໍ່ສ້າງ​ໂຄງການ​ໜ່ວຍ​ປະສົມ​ເຕັກ​ໂນ​ໂລ​ຊີ​ສູງ​ຊາມ​ຊູ​ງທາຍ​ງວຽນ ດ້ວຍ​ຈຳນວນ​ເງິນ​ລົງທຶນ 3,2 ຕື້​ໂດ​ລາ​ສະຫະລັດ ​ແລະ ທ່ານ​ໄດ້​ໄປ​ທະ​ຫວາຍ​ທູບ​ທຽນ​ບັນດາ​ນັກ​ວິລະ​ຊົນ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ອະນຸສາວະລີ​ບັນດາ​ຊາວ​ໜຸ່ມ​ຕະລຸມບອນ​ກອງຮ້ອຍ 915 ຊື່​ງ​ໄດ້​ເສຍສະຫຼະ​ຊີວິດ​ຢູ່​ທາຍ​ງວຽນ.

 

 

 

ຂ່າວ/ບົດ​ອື່ນ