ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງມອບນາມມະຍົດວິລະຊົນແຮງງານໃຫ້ແກ່VietinBank

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງມອບນາມມະຍົດວິລະຊົນແຮງງານໃຫ້ແກ່VietinBank - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງມອບນາມມະຍົດ
ວິລະຊົນແຮງງານໃຫ້ແກ່VietinBank
_ພາບ: baomoi.com


(vovworld)-​​ ​ ຕອນ​ເຊົ້າ​ວັນ​ທີ 8/7 ຢູ່ ຮ່າ​ໂນ້ຍ, ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ​(Vietinbank) ​ໄດ້​ຈັດຕັ້ງ​ພິທີ​ຮັບ​ນາມມະຍົດ​ວິລະ​ຊົນ​ແຮງ​ງານ ​ແລະ ສະ​ເຫລີ​ມສະຫລອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ. ປະຈຸ​ບັນ, Vietinbank ມີ 160 ສາຂາ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ 3 ສາຂາ​ຢູ່​ຕ່າງປະ​ເທດ.  ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ເນັ້ນ​ຫນັກ​ວ່າ:

        “ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ອຸດສາຫະກຳ​ການ​ຄ້າ ຫວຽດນາມ ຄວນ​ສຸມ​ໃສ່, ຂ້ຽວຂາດ​ປະຕິບັດ​ບັນດາ​ມາ​ດຕະການ​ປ່ຽນ​ໃຫມ່​ຮອບດ້ານ, ສູ້​ຊົນ​ພັດທະນາ​ໃຫ້​ກາຍ​ເປັນ​ທະນາຄານ​ການ​ຄ້າ​ມີ​ຂອບ​ຂະຫນາດ​ໃຫຍ່, ​ເຄື່ອນ​ໄຫວ​ຢ່າງ​ປອດ​ໄພ, ປະສິດທິ​ຜົນ ​ແລະ ມີ​ກຳລັງ​ຄວາມ​ສາມາດ​ຄຸ້ມ​ຄອງ​ທີ່​ກ້າວຫນ້າ, ສາມາດ​ແກ້ງ​ແຍ້​ງຢູ່​ພາຍ​ໃນ​ປະ​ເທດ ​ແລະ ສາກົນ, ບັນລຸ​ລະດັບ​ພາກ​ພື້ນ​ກ່ຽວ​ກັບ​ຂອບ​ຂະຫນາດ, ການ​ຄຸ້ມ​ຄອງ, ​ເຕັກ​ໂນ​ໂລ​ຊີ ​ແລະ ຄວາມ​ສາມາດ​ແກ້ງ​ແຍ້​ງ. ປະກອບສ່ວນ​ຕັ້ງຫນ້າ​ພ້ອມ​ກັບ​ບັນດາ​ທະນາຄານ​ການ​ຄ້າ​ແຫ່ງ​ລັດ ຍົກ​ສູງ​ບົດບາດ​ຫລັກ​ແຫ​ລ່ງ​ໃນ​ລະບົບ​ບັນດາ​ອົງການ​ສິນ​ເຊື່ອ​ຂອງ​ຫວຽດນາມ.”

 

ຕອບກັບ

ຂ່າວ/ບົດ​ອື່ນ