ທ່ານ​ນາຍົກລັດຖະມົນຕ​ີຫວຽດນາມ ຫງວຽນຊວັນ​ຟຸກ: ​ປັບ​ໄໝ ກໍລະນີ​ລະ​ເມີດຂໍ້​ກໍານົດ​​ການ​ປ້ອງ​ກັນ ​ແລະ ສະ​ກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 ຢ່າງ​ເຂັ້ມ​ງວດ

(VOVWORLD) -ຖ້າຫາກວ່າປະກົດມີກໍລະນີອາດຊະຍາກໍາ ຕ້ອງສົ່ງສໍາເນົາເອກະສານເຖິງອົງການມີໜ້າທີ່ຮັບຜິບຊອບ ເພື່ອສືບສວນ ແລະ ປັບໄຫມ ລົງໂທດທາງອາຍາ.
ທ່ານ​ນາຍົກລັດຖະມົນຕ​ີຫວຽດນາມ ຫງວຽນຊວັນ​ຟຸກ: ​ປັບ​ໄໝ ກໍລະນີ​ລະ​ເມີດຂໍ້​ກໍານົດ​​ການ​ປ້ອງ​ກັນ ​ແລະ ສະ​ກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 ຢ່າງ​ເຂັ້ມ​ງວດ - ảnh 1ປ້າຍຫ້າມເຕົ້າໂຮມກັນຫຼາຍຄົນໃນໄລຍະເກີດໂລກລະບາດຢູ່ແຂວງກວ໋າງນາມ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍອອກຄໍາຊີ້ນໍາ, ໃນນັ້ນໄດ້ຮຽກຮ້ອງໃຫ້ລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ປະທານຄະນະກໍາມະການປະຊາຊົນບັນດາແຂວງ, ນະຄອນ ຂຶ້ນກັບສູນກາງ, ໃນຂອບເຂດ, ສິດອໍານາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ, ໂດຍອີງໃສ່ຂໍ້ກໍານົດກົດໝາຍທີ່ພວມປະກາດໃຊ້ ຈົ່ງສຸມໃສ່ຊີ້ນໍາ, ແນະນໍາ, ເລັ່ງລັດ, ກວດກາ ແລະ ປັບໄໝກໍລະນີໃດທີ່ລະເມີດຂໍ້ກໍານົດການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງທັນການ ແລະ ເຂັ້ມງວດ. ພິເສດແມ່ນບຸກຄົນທີ່ບໍ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ; ຕ້ານຄືນຜູ້ປະຕິບັດໜ້າທີ່ປ້ອງກັນ, ສະກັດກັ້ນໂລກລະບາດ; ເຜີຍແຜ່ຂ່າວທີ່ບໍ່ມີມູນຄວາມຈິງ;ນຳຜ້າອັດປາກທີ່ໃຊ້ແລ້ວມາຜະລິດຄືນໃໝ່; ຜະລິດສິນຄ້າປອມ, ເຮັດການຄ້າເຖື່ອນ... ຖ້າຫາກວ່າປະກົດມີກໍລະນີອາດຊະຍາກໍາ ຕ້ອງສົ່ງສໍາເນົາເອກະສານເຖິງອົງການມີໜ້າທີ່ຮັບຜິບຊອບ ເພື່ອສືບສວນ ແລະ ປັບໄຫມ ລົງໂທດທາງອາຍາ.

ຕອບກັບ

ຂ່າວ/ບົດ​ອື່ນ