ທ່ານ​ນາຍົກລັດຖະມົນ​ຕີ​ຫວຽດນາມ ຫງວຽນຊວັນ​ຟຸກ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະຫຼຸບປີ​​ແຫ່ງ​ການຂົນຂວາຍ​ປະຊາຊົນ​​ອໍາ​ນາດ​ການ​ປົກຄອງ

(VOVWORLD) - ຕອນເຊົ້າວັນທີ 9 ມັງກອນ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມອອນລາຍທົ່ວປະເທດ ກ່ຽວກັບການສະຫຼຸບວຽກງານຂົນຂວາຍປະຊາຊົນ ແລະ ຕີລາຄາໝາກຜົນການປະຕິບັດ “ປີແຫ່ງການຂົນຂວາຍປະຊາຊົນອໍານາດການປົກຄອງ” 2019, ຜັນຂະຫຍາຍໜ້າທີ່ປີ 2020 ໂດຍມີການເຂົ້າຮ່ວມ ແລະ ເປັນປະທານຂອງທ່ານນາຍົກລັດຖະມົນຕີ.
ທ່ານ​ນາຍົກລັດຖະມົນ​ຕີ​ຫວຽດນາມ ຫງວຽນຊວັນ​ຟຸກ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະຫຼຸບປີ​​ແຫ່ງ​ການຂົນຂວາຍ​ປະຊາຊົນ​​ອໍາ​ນາດ​ການ​ປົກຄອງ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສະຫຼຸບປີແຫ່ງການຂົນຂວາຍປະຊາຊົນອໍານາດການປົກຄອງ (ພາບ: chinhphu.vn)

        ຕາມບົດລາຍງານຂອງກອງປະຊຸມແລ້ວ, ປີ 2019, ຄະນະພັກທຸກຂັ້ນ ໄດ້ເພີ່ມທະວີວຽກງານກໍ່ສ້າງພັກ, ຍົກສູງໜ້າທີ່ຄວາມຮັບຜິດຊອບໃນການເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ໂດຍສະເພາະແມ່ນຜູ້ນໍາໜ້າ ໃນການພົວພັນກັບປະຊາຊົນ. ບັນດາອົງການລັດ ຄວນເອົາໃຈໃສ່ເຖິງການປັບປຸງກົດໝາຍໃຫ້ສົມບູນແບບ, ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ, ຄວາມມຸ່ງມາດປາດຖະໜາອັນຊອບທໍາຂອງປະຊາຊົນ. ອໍານາດການປົກຄອງທຸກຂັ້ນ ກໍໄດ້ຍູ້ແຮງການປະຕິບັດເນື້ອໃນຂອງ ປີແຫ່ງການຂົນຂວາຍປະຊາຊົນອໍານາດການປົກຄອງ 2019, ເອົາໃຈໃສ່ເຖິງການພັດທະນາເສດຖະກິດສັງຄົມ, ຮັກສາການປ້ອງຊາດ, ປ້ອງກັນຄວາມສະຫງົບ; ເພີ່ມທະວີການພົວພັນຕ່າງປະເທດ, ປັບປຸງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ... ບັນດາໝາກຜົນຕັ້ງໜ້າດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ລະດົມກໍາລັງໃຈປະຊາຊົນ ໃຫ້ເຂົ້າຮ່ວມພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ກໍ່ສ້າງກຸ່ມກ້ອນມະຫາສາມັກຄີ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ.

ກ່າວຄຳເຫັນທີ່ກອງປະຊຸມທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ:

        “ໃນຄວາມມານະພະຍາຍາມ ຂອງ ທົ່ວລະບົບການເມືອງ, ພາຍໃຕ້ການນຳພາຂອງພັກ, ແມ່ນຕ້ອງເວົ້າເຖິງບົດບາດຂອງ ວຽກງານ ຂົນຂວາຍ ປະຊາຊົນ. ມີການສະໜັບສະໜູນ, ຕອບສະໜອງ ຈາກປະຊາຊົນນັ້ນ ຈິ່ງປະສົບຜົນສຳເລັດ. ຂ້າພະເຈົ້າ ຢາກເນັ້ນໜັກວ່າ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ, ແມ່ນຜູ້ຢູ່ເບື້ອງຫຼັງ ຄວາມມານະພະຍາຍາມ ຂອງ ທັງກົງຈັກການເມືອງໃນແນວຮົບປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການທູດ, ການຕ່າງປະເທດ ແລະ ຢຶດໝັ້ນຕໍ່ສູ້ ເພື່ອປົກປັກຮັກສາເອກະລາດ, ອະທິປະໄຕ ຕໍ່ໜ້າການຜັນແປທີ່ເຄັ່ງຕຶງຢູ່ທະເລຕາເວັນອອກ ດ້ວຍຈິດໃຈສັນຕິພາບ, ເຄົາລົບກົດໝາຍສາກົນ ແລະ ມິດຕະພາບ. ບັນດາໝາກຜົນກ່ຽວກັບເສດຖະກິດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ທີ່ສະແດງອອກໃນປີຜ່ານມານັ້ນ ແມ່ນປີ ທີ່ເຕັມໄປດ້ວຍການຜັນແປ, ສິ່ງນີ້ສາມາດເວົ້າໄດ້ວ່າ ວຽກງານງ່າຍດາຍປານໃດກໍ່ຕາມຖ້າບໍ່ມີ ການຮ່ວມມື, ສະໜັບສະໜູນຈາກປະຊາຊົນຈະບໍ່ສາມາດສຳເລັດໄດ້.”


ຕອບກັບ

ຂ່າວ/ບົດ​ອື່ນ