ທ່ານນາຍົກລັດຖະມົນຕີອົດສະຕາລີເດີນທາງມາຢ້ຽມຢາມຫວຽດນາມຢ່າງເປັນທາງການ

(VOVWORLD) - ວັນທີ 22 ສິງຫາ, ທ່ານ Scott Morrison ນາຍົກລັດຖະມົນຕີອົດສະຕາລີ ແລະ ພັນລະຍາໄດ້ເດີນທາງມາຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 22-24 ສິງຫາ 2019 ຕາມຄຳເຊື້ອເຊີນຂອງ ທ່ານຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມ.
ທ່ານນາຍົກລັດຖະມົນຕີອົດສະຕາລີເດີນທາງມາຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1  ທ່ານຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Scott Morrison ນາຍົກລັດຖະມົນຕີອົດສະຕາລີ (ພາບ: chinhphu.vn)

        ການເດີນທາງມາຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງ ທ່ານ Scott Morrison ນາຍົກລັດຖະມົນຕີອົດສະຕາລີໃນຄັ້ງນີ້ ແມ່ນຈັດຂຶ້ນໃນສະພາບການທີ່ສາຍພົວພັນລະຫວ່າງ ຫວຽດນາມ-ອົດສະຕາລີ ພັດທະນາຢ່າງເຂັ້ມແຂງ, ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງນັບມື້ນັບເພີ່ມຂຶ້ນໂດຍຜ່ານການແລກປ່ຽນຄະນະຜູ້ແທນແລະການພົບປະຂັ້ນສູງ. ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດພວມພັດທະນາຢ່າງດີງາມ, ບັນລຸຜົນສຳໄດ້ໝາກຜົນຢ່າງຕັ້ງໜ້າ. ສອງຝ່າຍສະໜັບສະໜູນເຊິ່ງກັນແລະກັນບົນເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນສະຫະປະຊາຊາດ, ເວທີປາໄສ ການຮ່ວມມືເສດຖະກິດພາກພື້ນອາຊີ-ປາຊີຟິກ (APEC), ບັນດາກົນໄກອາຊຽນນຳພາ. ຫວຽດນາມແລະ ອົດສະຕາລີຕ່າງກໍ່ໄດ້ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP), ພ້ອມກັນນັ້ນກໍ່ພວມຕັ້ງໜ້າສົມທົບກັນຊຸກຍູ້ການສ້າງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃຫ້ສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ