ທ່ານນາຍົກລັດຖະມົນຕີອານເຊຣີ ຕ້ອນຮັບທ່ານລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ

(VOVWORLD) -ວັນທີ 28 ພະຈິກ, ທ່ານນາຍົກລັດຖະມົນຕີອານເຊຣີ Admed Ouyahia ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ຟ້າມຮົ່ງຮ່າ, ປະທານຄະນະກຳມາທິການ, ຫົວໜ້າຄະນະຜູ້ແທນຄະນະກຳມະການລະຫວ່າງລັດຖະບານຫວຽດນາມ

ທ່ານນາຍົກລັດຖະມົນຕີອານເຊຣີ ຕ້ອນຮັບທ່ານລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີອານເຊຣີ Admed Ouyahia

ຕ້ອນຮັບທ່ານລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ຟ້າມຮົ່ງຮ່າ

(ພາບ: TTXVN)

ໄປຢ້ຽມຢາມ ແລະ ເຮັດວຽກໃນຂອບເຂດກອງປະຊຸມຄັ້ງທີ 11 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ອານເຊຣີ, ຖືກດຳເນີນໃນລະຫວ່າງວັນທີ 27 – 29 ພະຈິກ, ຢູ່ນະຄອນຫຼວງອານເຊ. ກ່າວຄຳເຫັນທີ່ການພົບປະ, ທ່ານລັດຖະມົນຕີ ຟ້າມຮົ່ງຮ່າ ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີອານເຊຣີ ກ່ຽວກັບສະພາບການເສດຖະກິດ, ສັງຄົມ ແລະ ການພົວພັນກັບສາກົນ ກໍ່ຄືໝາກຜົນຂອງວິວັດແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງຂອງຫວຽດນາມ ໃນເວທີສາກົນໃນໄລຍະຜ່ານມາ.

        ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ Ouyahia ເນັ້ນໜັກວ່າ, 2 ປະເທດຄວນມານະພະຍາຍາມຮ່ວມມື, ແກ້ໄຂສິ່ງກີດຂວາງ, ຄວາມຫຍຸ້ງຍາກເພື່ອເພີ່ມທະວີການຮ່ວມມື 2 ຝ່າຍກວ່າອີກ, ໂດຍສະເພາະແມ່ນໃນຂົງເຂດການຄ້າ; ພ້ອມທັງສະເໜີໃຫ້ຝ່າຍຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດອານເຊຣີ ແຊກຊຶມເຂົ້າຕະຫຼາດຫວຽດນາມກວ່າອີກ. ທ່ານນາຍົກລັດຖະມົນຕີ Ouyahia ສະເໜີໃຫ້ຝ່າຍຫວຽດນາມ ແບ່ງປັນບັນດາບົດຮຽນໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ເພີ່ມທະວີການລົງທຶນຮ່ວມໃນຂົງເຂດຕ່າງໆລະຫວ່າງ 2 ປະເທດ…

ຕອບກັບ

ຂ່າວ/ບົດ​ອື່ນ