ທ່ານນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມບັນດານັກລົງທຶນແຂວງ ເງ້ອານ

ທ່ານນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມບັນດານັກລົງທຶນແຂວງ ເງ້ອານ - ảnh 1
ທ່ານນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມບັນດານັກລົງທຶນແຂວງ ເງ້ອານ

(vovworld) - ຕອນ​ເຊົ້າ​ວັນ​ທີ 19/2, ທ່ານ​ນາຍົກລັດຖະມົນຕີ​ ຫງວຽນ​ຊວນ​ຟຸກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ້ ພ້ອມ​ກັບ​ການ​ນຳ​ຂັ້ນ​ສູງ​ຫຼາຍ​ທ່ານ​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບ​ປະ​ສັງ​ສັນບັນດາ​ນັກ​ລົງທຶນ​​ ຍາມ​ລະດູບານ​ໃໝ່​ປີ​ລະກາ 2017, ​ໂດຍ​ຄະນະ​ກຳມະການ​ປະຊາຊົນແຂວງ ​ເງ້ອານ ​ແລະ ທະນາຄານ BIDV ຈັດ​ຕັ້ງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ສົ່ງ​ເສີມ, ດຶງ​ດູດ​ເງິນ​ລົງທຶນ​ຂອງ​ແຂວງ ​ເງ້ອານ. ຜ່ານ 8 ປີ ​ແຫ່ງ​ການຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນ​ບັນດາ​ນັກ​ລົງທຶນ​ນັບ​ແຕ່​ປີ 2009 ມາ​ຮອດ​ປະຈຸ​ບັນ, ​ເງ້ອານ​ສາມາດ​ດຶງ​ດູດ​ໂຄງການ​ລົງທຶນ​ໄດ້​ກວ່າ 800 ​ໂຄງການ, ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ແມ່ນ​ກວ່າ 261.000 ຕື້​ດົ່ງ. ມີ​ຫຼາຍ​ກິດຈະກຳ​ໂຄງ​ລ່າງ​ທີ່​ສຳຄັນ​ຄື: ສະໜາມ​ບິນ, ທ່າ​ທະ​ເລ, ທາງ​ຄົມມະນາຄົມ, ​ໄຟຟ້າ, ນຳ້​ປະ​ປາ, ​ໂທລະ​ຄົມມະນາຄົມ… ​ໄດ້​ຮັບ​ການ​ລົງທຶນ ຍົກ​ລະດັບ, ​ເພື່ອ​ໜູນ​ຊ່ວຍ​ບັນດາ​ນັກ​ລົງທຶນ​ປະຕິບັດ​ບັນດາ​ໂຄງການ​ໃນ​ບໍລິ​ເວນ​ແຂວງ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ.

        ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ຊວນ​ເດື່ອງ, ຮອງ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເງ້ອານ ​ໄດ້​ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ສະດວກ​ຈຳນວນ​ໜຶ່ງຂອງ ​ເງ້ອານ ​ໃນ​ການ​ດຶງ​ດູດ​ເງິນ​ລົງທຶນ. ປີ 2017, ​ແຂວງ ​ເງ້ອານ​ສູ້​ຊົນ​ດຶງ​ດູດ​ໂຄງການ​ລົງທຶນ​​ໃຫ້​ໄດ້ 100 ກວ່າ​ໂຄງການ, ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ແມ່ນ​ປະມານ 30.000-35.000 ຕື້​ດົ່ງ, ​ໃນ​ນັ້ນ​ໃຫ້​ບຸລິ​ມາ​ສິດ​ແກ່​ການ​ດຶງ​ດູດ​ເງິນ​ລົງທຶນ​ພັດທະນາ​ເຂົ້າ​ບັນດາ​ໂຄງການ​ອຸດສາຫະກຳ ​ເຕັກ​ໂນ​ໂລ​ຢີສູງ, ອຸດສາຫກຳ​ສຳຮອງ.

ຂ່າວ/ບົດ​ອື່ນ