ທ່ານນາຍົກລັດຖະມົນຕີແບນຊິກ ປະກາດ ລາອອກຈາກຕໍາແໜ່ງ ແລະ ຫຍຸບເລີກລັດຖະບານ

(VOVWORLD) -ກະສັດແບນຊິກ Philippe  ໄດ້ຕັດສິນ ຈະໂຈະຄໍາສະເໜີຂໍລາອອກຈາກຕໍາແໜ່ງຂອງທ່ານ Charles Michel ໄວ້ຊົ່ວຄ່າວ ເພື່ອປຶກສາຫາລືກັບການນໍາບັນດາພັກຝ່າຍຂອງສະພາແຫ່ງຊາດຕື່ມອີກ.

ຕອນຄໍ່າວັນທີ 18 ທັນວາ, ທ່ານນາຍົກລັດຖະມົນຕີແບນຊິກ Charles Michel ໄດ້ປະກາດ ຢູ່ສະພາຕໍ່າຂອງປະເທດນີ້ຢ່າງກະທັນຫັນ ກ່ຽວກັບເລື່ອງທ່ານຈະລາອອກຈາກຕໍາແໜ່່ງ.

ທ່ານນາຍົກລັດຖະມົນຕີແບນຊິກ ປະກາດ ລາອອກຈາກຕໍາແໜ່ງ ແລະ ຫຍຸບເລີກລັດຖະບານ - ảnh 1ທ່ານນາຍົກລັດຖະມົນຕີແບນຊິກ Charles Michel (ພາບ: Rosselcdn) 

ທ່ານນາຍົກລັດຖະມົນຕີ Charles Michel ໃຫ້ຮູ້ວ່າ ຄໍາຮຽກຮ້ອງສະພາແຫ່ງຊາດສ້າງຕັ້ງ “ສະຫະພັນເຈດຕະນາດີ” ເພື່ອແນໃສ່ສືບຕໍ່ບັນດາວຽກງານດ້ານການເມືອງ ນັບແຕ່ນີ້ຮອດ ເວລາດໍາເນີນການເລືອກຕັ້ງ ເຊິ່ງຄາດວ່າ ຈະດໍາເນີນໃນເດືອນ ພຶດສະພາ 2019 ໂດຍທ່ານຍົກອອກບໍ່ໄດ້ຮັບການສະໜັບສະໜູນ. ທ່ານໄດ້ປະກາດກັບບັນດາສະມາຊິກສະພາຕໍ່າວ່າ ທ່ານຈະໄປເຂົ້າຢ້ຽມຄໍ່ານັບກະສັດ ແບນຊິກ ເພື່ອຂໍລາອອກຈາກຕໍາແໜ່ງ. ຫຼັງຈາກປະກາດຢູ່ສະພາຕໍ່າກ່ຽວກັບການຫຍຸບເລີກລັດຖະບານແລ້ວ, ທ່ານນາຍົກລັດຖະມົນຕີ Charles Michel ໄດ້ເດີນທາງເຂົ້າພະລາຊະວັງ Laeken ເພື່ອເຂົ້າຢ້ຽມຄໍ່ານັບກະສັດ ແບນຊິກໃນທັນທີ.

        ພາຍຫຼັງເຂົ້າຢ້ຽມຄໍ່ານັບແລ້ວ, ກະສັດແບນຊິກ Philippe  ໄດ້ຕັດສິນ ຈະໂຈະຄໍາສະເໜີຂໍລາອອກຈາກຕໍາແໜ່ງຂອງທ່ານ Charles Michel ໄວ້ຊົ່ວຄ່າວ ເພື່ອປຶກສາຫາລືກັບການນໍາບັນດາພັກຝ່າຍຂອງສະພາແຫ່ງຊາດຕື່ມອີກ.


ຕອບກັບ

ຂ່າວ/ບົດ​ອື່ນ