ທ່ານນານຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມກັບພະນັກງານການນຳເມືອງ ເກ້ວເຊີນ ຜ່ານໄລຍະຕ່າງໆ

(VOVWORLD) - ຕອນບ່າຍວັນທີ 11 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມກັບພະນັກງານການນຳເມືອງ ເກ້ວເຊີນ ແຂວງ ກວາງນາມ ຜ່ານໄລຍະຕ່າງໆ ເນື່ອງໃນໂອກາດລະດູບານໃໝ່ປີຈໍ 2018.
ທ່ານນານຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມກັບພະນັກງານການນຳເມືອງ ເກ້ວເຊີນ ຜ່ານໄລຍະຕ່າງໆ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ທີ່ການໂອ້ລົມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງການນຳໃນທຸກຂັ້ນແຂວງ ກວາງນາມ, ເມືອງ ເກ້ວເຊີນ ຕ້ອງໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງຂອງທ້ອງຖິ່ນໃນການຊີ້ນຳ ບໍລິຫານ. ທ່ານນາຍົກລັດຖະມົນຕີຮັບຮູ້ການປະກອບສ່ວນຂອງການນຳເມືອງ ເກ້ວເຊີນ ໂດຍຜ່ານໄລຍະຕ່າງໆ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍ້ອງຍໍຊົມເຊີຍອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມືອງ ເກ້ວເຊີນ, ແມ່ນທ້ອງຖິ່ນເຂດພູພຽງ, ພູດອຍທີ່ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ດ້ວຍຈິດໃຈຜ່ານຜ່າຄວາມທຸກຍາກ, ຂະຫຍັນຂັນເຄື່ອນ, ທ້ອງຖິ່ນສາມາດປະຕິບັດບັນດາຕົວເລກຄາດໝາຍເສດຖະກິດ, ສັງຄົມທີ່ໄດ້ວາງອອກຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ