ທ່ານປະທານປະເທດ ຫງວຽນຊວັນຟຸກ ສົ່ງຈົດໝາຍໃຫ້້ເດັກເຍົາວະຊົນ, ອະນຸຊົນເນື່ອງໃນໂອກາດວັນບຸນໄຫວ້ພະຈັນ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ ເດັກນ້ອຍແຕ່ລະຄົນລ້ວນແຕ່ໄດ້ຮັບວັນບຸນໄຫວ້ພະຈັນດ້ວຍຄວາມອົບອຸ່ນ ພ້ອມກັບຍາດຕິພີ່ນ້ອງໃນຄອບຄົວດຽວກັນຂອງຕົນ.

        ເນື່ອງໃນໂອກາດວັນບຸນໄຫວ້ພະຈັນ 2022, ວັນທີ 09 ກັນຍາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍໃຫ້້ເດັກເຍົາວະຊົນ, ອະນຸຊົນ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ, ພ້ອມກັບເດັກນ້ອຍຊາວຕ່າງປະເທດອາໄສຢູ່ ຫວຽດນາມ. ໃນຈົດໝາຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ ເດັກນ້ອຍແຕ່ລະຄົນລ້ວນແຕ່ໄດ້ຮັບວັນບຸນໄຫວ້ພະຈັນດ້ວຍຄວາມອົບອຸ່ນ ພ້ອມກັບຍາດຕິພີ່ນ້ອງໃນຄອບຄົວດຽວກັນຂອງຕົນ. ແຕ່ລະຄອບຄົວ, ທຸກຂັ້ນ, ທຸກຂະແໜງການ ແລະ ທົ່ວສັງຄົມ, ດ້ວຍຄວາມຮັບຜິດຊອບ, ນ້ຳໃຈຄວາມຮັກແພງ ຕ້ອງສືບຕໍ່ມີການເຄື່ອນໄຫວຢ່າງແທດຈິງກວ່າອີກ, ເບິ່ງແຍງດູແລໃຫ້ເດັກເຍົາວະຊົນ, ອະນຸຊົນໃນວັນບຸນໄຫວ້ພະຈັນ, ພິເສດແມ່ນເດັກກຳພ້າ, ເດັກປະສົບກັບຄວາມຫຍຸ້ງຍາກ… ເພື່ອໃຫ້ເດັກນ້ອຍທຸກຄົນລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ ພັດທະນາຢ່າງຮອບດ້ານ, ໄດ້ດຳລົງຊີວິດໃນຄວາມຮັກ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ສົ່ງຈົດໝາຍໃຫ້້ເດັກເຍົາວະຊົນ, ອະນຸຊົນເນື່ອງໃນໂອກາດວັນບຸນໄຫວ້ພະຈັນ - ảnh 1ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ເຂົ້າຮ່ວມລາຕີວັນບຸນໄຫວ້ພະຈັນ ຢູ່ເມືອງ ວັນອຽນ
(ພາບ: baotainguyenmoitruong.vn)

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 08 ກັນຍາ, ທ່ານນາງຮອງປະທານປະເທດ, ປະທານສະພາກອງທຶນອຸປະກະລະເດັກ ຫວຽດນາມ ຫວໍທິແອັງຊວັນ ໄດ້ເຂົ້າຮ່ວມລາຕີວັນບຸນໄຫວ້ພະຈັນ ຢູ່ໂຮງຮຽນສຶກສາສາມັນກິນນອນຊົນເຜົ່າໂຮງຮຽນມັດທະຍົມຕອນຕົ້ນເມືອງ ວັນອຽນ, ແຂວງ ອຽນບາຍ. ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ມອບເງິນຈຳນວນ 400 ລ້ານດົ່ງໃຫ້້ເດັກປະສົບກັບຄວາມຫຍຸ້ງຍາກຂອງແຂວງ ອຽນບາຍ; ມອບທຶນການສຶກສາ 20 ທຶນໃຫ້ນັກຮຽນໂຮງຮຽນມັດທະຍົມຕອນຕົ້ນເມືອງ ວັນອຽນ.

        ຕອນຄ່ຳວັນທີ 08 ກັນຍາ, ແຂວງ ວິ້ງລອງ ໄດ້ຈັດ 8 ຄະນະການນຳເຂົ້າຮ່ວມວັນບຸນໄຫວ້ພະຈັນ ປີ 2022 ກັບເດັກທຸກຍາກ, ເດັກປະສົບກັບຄວາມຫຍຸ້ງຍາກຢູ່ 8 ເມືອງ, ເທດສະບານເມືອງ ແລະ ນະຄອນຂອງແຂວງ. ດ້ວຍທິດນຳທີ່ວ່າ ເດັກນ້ອຍຂອງແຂວງທຸກຄົນລ້ວນແຕ່ໄດ້ຮັບວັນບຸນໄຫວ້ພະຈັນປີ 2022, ມີຂອງຂວັນ 4.000 ພູດໄດ້ມອບໃຫ້ເດັກທຸກຍາກໃນບໍລິເວນແຂວງເນື່ອງໃນໂອກາດນີ້.

        ໃນວັນດຽວກັນ, ຢູ່ໂຮງຮຽນປະຖົມເທດສະບາຍເມືອງ ແຄງວິ້ງ, ແຂວງ ແຄງຮ່ວາ ກໍ່ໄດ້ຈັດການເຄື່ອນໄຫວຫຼາຍຢ່າງໃຫ້ແກ່ເດັກເຍົາວະຊົນ, ອະນຸຊົນ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ