ທ່ານປະທານປະເທດ ຫງວຽນຊວັນຟຸກ ໄປຢື້ຢາມຖາມຂ່າວ, ອວຍພອນປີໃໝ່ບັນດາຄອບຄົວອະດີດປະທານປະເທດ

(VOVWORLD) -ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ຢູ່ຄອບຄົວທ່ານອະດີດປະທານປະເທດ ໂຕນດຶກທັງ ແລະ ທ່ານອະດີດປະທານປະເທດ ເຈິ່ນດາຍກວາງ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ໄປຢື້ຢາມຖາມຂ່າວ, ອວຍພອນປີໃໝ່ບັນດາຄອບຄົວອະດີດປະທານປະເທດ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ອວຍພອນປີໃໝ່ຢູ່ຄອບຄົວທ່ານອະດີດປະທານປະເທດ ໂຕນດຶກທັງ
(ພາບ: TTXVN)

        ເນື່ອງໃນໂອກາດບຸນປີໃໝ່ 2023, ຕອນບ່າຍວັນທີ 01 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ຢູ່ຄອບຄົວທ່ານອະດີດປະທານປະເທດ ໂຕນດຶກທັງ ແລະ ທ່ານອະດີດປະທານປະເທດ ເຈິ່ນດາຍກວາງ.

        ເມື່ອມາຢ້ຽມຢາມຄອບຄົວຂອງທ່ານອະດີດປະທານປະເທດ ໂຕນດຶກທັງ (1888-1980), ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ ຊີວິດ ແລະ ພາລະກິດເຄື່ອນໄຫວປະຕິວັດຂອງທ່ານປະທານປະເທດ ໂຕນດຶກທັງ - ເຊິ່ງພໍ່ແມ່ປະຊາຊົນ, ນັກຮົບເຄີຍເອີ້ນວ່າ ລຸງ ໂຕນ - ຕິດພັນກັບປະຫວັດສາດແຫ່ງການຕໍ່ສູ້ຢ່າງພິລະອາດຫານຂອງຊາດ ຫວຽດນາມ ໃນສະຕະວັດທີ 20; ເປັນສັນຍາລັກ ທີ່ສັກກະລະບູຊາຂອງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດ ຫວຽດນາມ. ປີ 1960, ລຸງ ໂຕນ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງຮອງປະທານປະເທດ ແລະ ແຕ່ປີ 1969 ຫາປີ 1980 ດຳລົງຕຳແໜ່ງປະທານປະເທດ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ໄປຢ້ຽມຢາມຄອບຄົວ ແລະ ອາໄລຫາທ່ານອະດີດປະທານປະເທດ ເຈິ່ນດ້າຍກວາງ (1956 – 2018), ທີ່ໄດ້ດຳລົງຕຳແໜ່ງປະທານປະເທດໃນໄລຍະ 2016-2018.

ຕອບກັບ

ຂ່າວ/ບົດ​ອື່ນ