ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບເອກອັກຄະລັດຖະທູດ ນິວຊີແລນ ແລະ ເອກອັກຄະລັດຖະທູດ ເປຣູ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານນາງ Tredene Dobson, ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ ແລະ ທ່ານ Augusto Morelli ເອກອັກຄະລັດຖະທູດ ເປຣູ ປະຈຳ ຫວຽດນາມ
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບເອກອັກຄະລັດຖະທູດ ນິວຊີແລນ ແລະ ເອກອັກຄະລັດຖະທູດ ເປຣູ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານນາງ Tredene Dobson, ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ
(ພາບ: TTXVN)

        ຕອນບ່າຍວັນທີ 10 ມັງກອນ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານນາງ Tredene Dobson, ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ ແລະ ທ່ານ Augusto Morelli ເອກອັກຄະລັດຖະທູດ ເປຣູ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.

        ທີ່ການຕ້ອນຮັບທ່ານນາງ Tredene Dobson, ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ, ທ່ານປະທານປະເທດ ຫວໍວັນເຖືອງ ຖືວ່າ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນຂອງ 2 ປະເທດບໍໍ່ທັນຫຼາຍເທື່ອ, ແຕ່ 2 ຝ່າຍກໍ່ພວມສູ້ຊົນບັນລຸວົງເງິນການຄ້າ 2 ຕື້ USD ໃນໄລຍະໄວໆນີ້. ການຮ່ວມມືໃນບັນດາຂົງເຂດການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ ແລະ ບຳລຸງສ້າງກໍ່ບັນລຸໄດ້ໝາກຜົນອັນດີງາມ. ທ່ານປະທານປະເທດ ຢືນຢັນວ່າ, ບັນດາໝາກຜົນດັ່ງກ່າວ ແມ່ນພື້ນຖານທີ່ຕັ້ງໜ້າເພື່ອໃຫ້ 2 ຝ່າຍຊຸກຍູ້ການຮ່ວມມື, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນ 2 ປະເທດສ້າງຕັ້ງການພົວພັນທາງການທູດ (1975 – 2025) ໃນປີ 2025.

ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບເອກອັກຄະລັດຖະທູດ ນິວຊີແລນ ແລະ ເອກອັກຄະລັດຖະທູດ ເປຣູ - ảnh 2ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານ Augusto Morelli ເອກອັກຄະລັດຖະທູດ ເປຣູ ປະຈຳ ຫວຽດນາມ
(ພາບ: TTXVN)

        ຕອນບ່າຍວັນດຽວກັນ, ທີ່ການຕ້ອນຮັບທ່ານ Augusto Morelli ເອກອັກຄະລັດຖະທູດ ເປຣູ ປະຈຳ ຫວຽດນາມ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາວ່າ ການພົວພັນຮ່ວມມືລະຫວ່າງ 2 ປະເທດບັນລຸໄດ້ໝາກຜົນຕັ້ງໜ້າໃນຫຼາຍຂົງເຂດ. ທ່ານກໍ່ຕີລາຄາສູງເລື່ອງ ເປຣູ ໄດ້ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ທີ່ລົງທຶນຢູ່ ເປຣູ, ໃນນັ້ນມີວິສາຫະກິດໂທລະຄົມມະນາຄົມ ແລະ ປາດຖະໜາວ່າ 2 ປະເທດຈະຍົກລະດັບວົງເງິນການຄ້າ 2 ຝ່າຍໃຫ້ສູງກວ່າ, ຊຸກຍູ້ການຈັດຕັ້ງບັນດາການເຄື່ອນໄຫວທີ່ແທດຈິງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ