ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຢ້ຽມ​ຢາມ​ໂຮງ​ໝໍ​ເດັກ 1 ໃນ​ໂອ​ກາດ​ວັນ​ແພດ​ໝໍຫວຽດ​ນາມ

(VOVWORLD) - ເນື່ອງໃນໂອກາດ ວັນແພດໝໍ ຫວຽດນາມ (27/2), ຕອນເຊົ້າວັນທີ 22 ກຸມພາ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ມາຢ້ຽມຢາມ, ລະດົມກຳລັງໃຈ ແພດໝໍ, ພະລັງງານການແພດ ໂຮງໝໍເດັກ 1 ຢູ່ນະຄອນ ໂຮ່ຈີມິນ.
ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຢ້ຽມ​ຢາມ​ໂຮງ​ໝໍ​ເດັກ 1 ໃນ​ໂອ​ກາດ​ວັນ​ແພດ​ໝໍຫວຽດ​ນາມ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມໂຮງໝໍເດັກ 1  (ພາບ: VOV)

ນີ້ແມ່ນຮາກຖານການແພດພະແນກເດັກ ແຖວໜ້າທົ່ວປະເທດ ດ້ວຍຂອບຂະໜາດ 1500 ຕຽງ, ໃນເວລາຈຸດສຸມ ໂຮງໝໍໄດ້ກວດ ແລະ ປິ່ນປົວຄົນເຈັບປະມານ 5000 ຄົນ. ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງ ບັນດາຜົນສຳເລັດຂອງ ຖັນແຖວພະນັກງານການແພດ, ທ່ານໝໍຢູ່ໂຮງໝໍເດັກ 1 ໃນການເບິ່ງແຍງສຸຂະພາບ ປະຊາຊົນໃນໄລຍະຜ່ານມາ, ທ່ານປາດຖະໜາວ່າ ບັນດາພະນັກງານການແພດ, ທ່ານໝໍ ເສີມຂະຫຍາຍບັນດາຜົນສຳເລັດທີ່ບັນລຸໄດ້ຢ່າງສຸດຂີດ, ພ້ອມທັງມານະພະຍາຍາມສຸ້ຊົນສືບຕໍ່ບັນລຸໄດ້ຜົນສຳເລັດໃໝ່ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ