ທ່ານ​ປະ​ທານປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມ​ພິ​ທີ ສະ​ເຫຼີມ​ສະຫຼອງ 10 ປີແຫ່ງວັນ VSIP ກວາງ​ຫ​ງາຍເຂົ້າ​ການ​ເຄື່ອນ​ໄຫວ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງຄວາມຊົມເຊີຍຕໍ່ແຂວງ ກວາງຫງາຍ ໂດຍນາຍົກລັດຖະມົນຕີ ຮັບຮອງເອົາແຜນນະໂຍບາຍລົງທຶນເຂດອຸດສາຫະກຳ VSIP II.
ທ່ານ​ປະ​ທານປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມ​ພິ​ທີ ສະ​ເຫຼີມ​ສະຫຼອງ 10 ປີແຫ່ງວັນ VSIP ກວາງ​ຫ​ງາຍເຂົ້າ​ການ​ເຄື່ອນ​ໄຫວ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ ພິທີ (ພາບ: VOV)

ຕອນເຊົ້າວັນທີ 23 ທັນວາ, ຢູ່ແຂວງ ກ໋ວາງຫງາຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 10 ປີແຫ່ງວັນ VSIP ກວາງຫງາຍ ເຊິ່ງ ແມ່ນເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ ແຫ່ງທີ 5 ຢູ່ ຫວຽດນາມ ແລະ ແມ່ນໂຄງການ VSIP ທຳອິດຢູ່ເຂດພາກກາງ ເຂົ້າເຄື່ອນໄຫວ.

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງຄວາມຊົມເຊີຍຕໍ່ແຂວງ ກວາງຫງາຍ ໂດຍນາຍົກລັດຖະມົນຕີ ຮັບຮອງເອົາແຜນນະໂຍບາຍລົງທຶນເຂດອຸດສາຫະກຳ VSIP II. ນີ້ແມ່ນເຂດ VSIP ທີ 18 ໃນບັນດາເຂດ VSIP ຂອງ ຫວຽດນາມ ສືບຕໍ່ຊຸກຍູ້ເສົາຄ້ຳການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ຫວຽດນາມ ແລະ ສິງກະໂປ. ບັນດາໝາກຜົນເຊິ່ງ VSIP ກວາງຫງ໋າຍ ບັນລຸໄດ້ ໃນໄລຍະ 10 ປີຜ່ານມາ ໄດ້ຢືນຢັນແຜນນະໂຍບາຍອັນຖືກຕ້ອງຂອງແຂວງ ກວາງຫງາຍ ກ່ຽວກັບການຫັນປ່ຽນເສດຖະກິດຕາມທິດຖືອຸດສາຫະກຳເປັນປາຍແຫຼມ. ທ່ານກ່າວວ່າ:

10 ປີກ່ອນ, ເມື່ອ VSIP ໄດ້ສ້າງຕັ້ງຢູ່ ແຂວງກວາງຫງາຍ, ຂ້າພະເຈົ້າໄດ້ລົມນຳບັນດານັກລົງທຶນວ່າ ຜົນສຳເລັດຂອງ ນັກລົງທຶນ ແມ່ນຜົນສຳເລັດຂອງ ແຂວງ, ພ້ອມກັນນັ້ນ ຖ້າວ່າ ບັນດານັກລົງທຶນ ບໍ່ປະສົບຜົນສຳເລັດ ຫຼື ປະລາໄຊ ໝາຍຄວາມວ່າ ນັ້ນແມ່ນ ປະລາໄຊໃນການບໍລິຫານແຜນນະໂຍບາຍພັດທະນາດ້ານເສດຖະກິດຂອງທ້ອງຖິ່ນ. ຂ້າພະເຈົ້າປາດຖະໜາ ບັນດາການນຳແຂວງ ກວາງຫງາຍ ເວົ້າສະເພາະ ແລະ ບັນດາທ້ອງຖິ່ນໃນທົ່ວປະເທດ ເວົ້າລວມ ຈົ່ງມີຄວາມຄິດຕາມຄວາມຮັບຮູ້ນັ້ນ. 

ແລະກໍ່ໃນຕອນບ່າຍວັນທີ 23 ທັນວາ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ລົງຢ້ຽມຢາມຕາແສງຊົນນະບົດໃໝ່ ບິ່ງທ້ວນ, ເມືອງ ບິ່ງເຊີນ ຢູ່ ກວາງຫງາຍ.

ນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງຄວາມຊົມເຊີຍຕໍ່ ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ຕາແສງ ເຊິ່ງບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນການຜັນຂະຫຍາຍການສ້າງຊົນນະບົດໃໝ່, ພັດທະນາເສດຖະກິດສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີກ່ວາເກົ່າ, ຈຳນວນຄອບຄົວທຸກຍາກຫຼຸດລົງໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ