ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມ​ລາຍ​ການ​ເຊີດ​ຊູ​ແພດໝໍ ຫວຽດ​ນາມ

(VOVWORLD) - ວັນທີ 27 ກຸມພາ, ຫວຽດນາມ ໄດ້ສະເຫຼີມສະຫຼອງ 69 ປີແຫ່ງວັນແພດໝໍ ຫວຽດນາມ (27/2/1955 – 27/2/2024). 
ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ເຂົ້າ​ຮ່ວມ​ລາຍ​ການ​ເຊີດ​ຊູ​ແພດໝໍ ຫວຽດ​ນາມ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ກ່າວຄຳເຫັນທີ່ ລາຍການ (ພາບ: TTXVN)

ເນື່ອງໃນໂອກາດນີ້, ຕອນຄຳວັນທີ 26 ກຸມພາ, ຢູ່ໂຮງລະຄອນ ໂຮ່ເກືອມ (ຮ່າໂນ້ຍ), ຄະນະໂຄສະນາສຶກສາ ສູນກາງ ແລະ ກະຊວງສາທາລະນະສຸກ ຫວຽດນາມ ໄດ້ສົມທົບກັນຈັດລາຍການເຊີດຊູແພດໝໍ ຫວຽດນາມ ແລະ ມອບລາງວັນການເສັງຂຽນ “ການເສຍສະຫຼະຂອງແພດໝໍ” ຄັ້ງທີ VI. ກ່າວຄຳເຫັນທີ່ລາຍການ, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ 69 ປີ ຜ່ານມາ, ທ່ານໝໍ, ພະນັກງານການແພດ ຍາມໃດກໍ່ມານະພະຍາຍາມ, ສູ້ຊົນຢ່າງບໍ່ຢຸດຢັ້ງໃຫ້ແກ່ພາລະກຳອັນສູງສົ່ງ “ກວດປິ່ນປົວພະຍາດ ແລະ ກູ້ເອົາຊີວິດ”. ທ່ານຢັ້ງຢືນວ່າ:

ການເສີມຂະຫຍາຍບັນດາຜົນສຳເລັດທີ່ບັນລຸໄດ້, ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ແລະ ສືບຕໍ່ພິຊິດບັນດາສິ່ງທ້າທາຍ, ສິ່ງຈຳກັດໃນການບົ່ງມະຕິພະຍາດ, ກວດປິ່ນປົວພະຍາດທຸກຊະນິດ, ຂ້າພະເຈົ້າປາດຖະໜາຢາກໃຫ້ທ່ານໝໍແຕ່ລະຄົນ ຍາມໃດກໍ່ຮັກສາໄດ້ຄວາມສຸດຈິດສຸດໃຈຕໍ່ອາຊີບ, ຈິດໃຈຢາກຮ່ຳຮຽນ, ຄົ້ນຄ້ວາ, ຮັບເອົາສິ່ງໃໝ່, ເປັນເຈົ້າຂອງວິທະຍາສາດເຕັກນິກສູງ, ລົງເລິກສະເພາະ, ທັນສະໄໝ, ຖືການຖ່າຍທອດລະຫວ່າງລຸ້ນຄົນຕ່າງໆ, ການບຳລຸງສ້າງ, ຖັນແຖວພະນັກງານໜຸ່ນສືບທອດໃຫ້ແກ່ຂະແໜງການແພດເປັນສຳຄັນ. ດ້ວຍຈັນຍາບັນ, ພູມປັນຍາ, ຄວາມສາມາດບົ່ມຊ້ອນ ແລະ ແງ່ຫວັງທີ່ຍິ່ງໃຫຍ່, ຖັນແຖວການແພດ ຫວຽດນາມ ອາດສາມາດວວາງອອກ ວິໄສທັດໃໝ່, ເປົ້າໝາຍທີ່ສູງ, ສູ້ຊົນນຳຂະແໜງການແພດ ຫວຽດນາມ ນອນໃນກຸ່ມແຖວໜ້າບັນດາປະເທດ ໃນພາກພື້ນ ແລະ ບືນຕົວອອກສູ່ໂລກ, ປະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາທົ່ວໂລກກ່ຽວກັບສຸຂະພາບ, ນຳມາເຊິ່ງປະສິດທິຜົນໃຫ້ແກ່ສັງຄົມແລະ ມີຄວາມໝາຍດ້ານມະນຸດສະທຳຢ່າງເລິກເຊິ່ງ.

ທີ່ລາຍການ,  ຄະນະຈັດຕັ້ງໄດ້ດຳເນີນການມອບຂອງຂວັນໃຫ້ແກ່ 15 ຜົນງານທີ່ເຂົ້າຮອບຊີງຊະນະເລີດການເສັງຂຽນ “ການເສຍສະຫຼະຂອງແພດໝໍ” ຄັ້ງທີ VI.

ຕອບກັບ

ຂ່າວ/ບົດ​ອື່ນ