ທ່ານປະທານປະເທດ ຫວໍວັນເຖືອງ ເປັນປະທານໃນພິທີຕ້ອນຮັບ ທ່ານປະທານນາທິບໍດີ ແຫ່ງ ສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການ

(VOVWORLD) -  ຕອນເຊົ້າວັນທີ 21 ສິງຫາ, ພິທີຕ້ອນຮັບທ່ານປະທານນາທິບໍດີ ແຫ່ງສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການໄດ້ຈັດຂື້ນ ທີ່ນະຄອນຫຼວງ ຮ່າໂນຍ,  ໂດຍການເປັນປະທານໂດຍຂອງ ທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ. ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ ແລະ ທ່ານປະທານນາທິບໍດີ Kassym-Jomart Tokayev ໄດ້ດໍາເນີນການພົບປະ.
ທ່ານປະທານປະເທດ ຫວໍວັນເຖືອງ ເປັນປະທານໃນພິທີຕ້ອນຮັບ ທ່ານປະທານນາທິບໍດີ ແຫ່ງ ສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການ - ảnh 1ພິທີຕ້ອນຮັບ

ກ່ອນໜ້ານັ້ນ, ທ່ານປະທານນາທິບໍດີ Kassym-Jomart Tokayev ພ້ອມດ້ວຍຄະນະການນຳຂັ້ນສູງ ແຫ່ງ ສາທາລະນະລັດ ກາຊັກສະຖານ ໄດ້ໄປວາງພວງມາລາ ທີ່ອະນຸສາວະລີນັກຮົບວິລະຊົນ ແລະ ໄດ້ເຂົ້າໄຫ້ວອາໄລຄຳນັບຢູ່ສຸສານປະທານ ໂຮ່ຈີມິງ.

ນີ້ແມ່ນຄັ້ງທຳອິດທີ່ ທ່ານປະທານນາທິບໍດີ Kassym-Jomart Tokayev ໄດ້ມາຫວຽດນາມໃນຖານະຕຳແໜ່ງໃໝ່, ແລະກໍ່ແມ່ນການມາຢ້ຽມຢາມຄັ້ງທຳອິດຂອງ ປະທານນາທິບໍດີ ກາຊັກສະຖານ ໃນຮອບ 12 ປີ, ເຊິ່ງມີຄວາມໝາຍຄວາມສຳຄັນໃນການຊຸກຍູ້ສາຍພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ - ກາຊັກສະຖານຕື່ມອີກ, ພິເສດແມ່ນຂະແໜງການເສດຖະກິດ, ການຄ້າ. ການມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງ ທ່ານປະທານນາທິບໍດີ Kassym-Jomart Tokayev ທີ່ໄດ້ດຳເນີນໃນລະຫວ່າງວັນທີ 20 ສິງຫາ ເຖິງວັນທີ 22 ສິງຫາ ຈະເປັນຂີດໝາຍອັນສຳຄັນພາກໃໝ່ໃນໜ້າປະຫວັດສາດໃຫ້ແກ່ການຮ່ວມມືລະຫວ່າງ ຫວຽດນາມ - ກາຊັກສະຖານ ໃນບັນດາຂະແໜງການເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວ.

ຄາດວ່າ, ໃນຂອບເຂດການມາຢ້ຽມຢາມຄັ້ງນີ້, ທັງສອງປະເທດຈະໄດ້ເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມືຫຼາຍກວ່າ 10 ສະບັບ, ຈະໜູນຊ່ວຍໃຫ້ແກ່ການແລກປ່ຽນດ້ານການທ່ອງທ່ຽວຢ່າງຕັ້ງໜ້າ, ປະກອບສ່ວນເຮັດໃຫ້ສະພາບແວດລ້ອມດ້ານການລົງທຶນ, ວັດທະນະທຳ, ການສຶກສາ ແລະ ການພົວພັນພົບປະແລກປ່ຽນຂອງປະຊາຊົນລະຫວ່າງສອງປະເທດມີຄວາມອຸດົມສົມບູນຍິ່ງຂື້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ