ທ່ານປະທານປະເທດ ຫວໍ້ວັນເຖືອງ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ດຳເນີນການເຈລະຈາ

(VOVWORLD) - ການນຳ 2 ທ່ານໄດ້ເຫັນດີຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນ; ສ້າງໂຄງການເຄື່ອນໄຫວໄລຍະ 2024 – 2028 ໂດຍໄວ.
ທ່ານປະທານປະເທດ ຫວໍ້ວັນເຖືອງ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ດຳເນີນການເຈລະຈາ - ảnh 1ທີ່ການພົບປະເຈລະຈາ
(ພາບ: ຈ້ອງຝູ)

        ໂດຍຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 11 – 13 ມັງກອນ. ຕອນເຊົ້າວັນທີ 12 ມັງກອນ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເປັນປະທານພິທີຕ້ອນຮັບ ທ່ານປະທານາທິບໍດີ Joko Widodo ຢ່າງສົມກຽດ.

        ທີ່ການພົບປະເຈລະຈາພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ເຫັນດີຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນ; ສ້າງໂຄງການເຄື່ອນໄຫວໄລຍະ 2024 – 2028 ໂດຍໄວ. ພ້ອມກັນນັ້ນ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດອື່ນໆ, ຄື: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືທາງທະເລ; ກະສິກຳ ແລະ ສິນໃນນ້ຳ; ວັດທະນະທຳ, ກິລາ, ທ່ອງທ່ຽວ… ພ້ອມທັງ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່, ຄື: ການຫັນປ່ຽນພະລັງງານ, ຫັນເປັນດີຈີຕອນ, ນະວັດຕະກຳ. ທ່ານປະທານປະເທດ ຫວໍວັນເຖືອງ ປາດຖະໜາວ່າ, ລັດຖະບານ ອິນໂດເນເຊຍ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອິນໂດເນເຊຍ ດຳລົງຊີວິດຢ່າງມີສະຖຽນລະພາບ.

 ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, 2 ຝ່າຍເຫັນດີສົມທົບກັບບັນດາປະເທດ ອາຊຽນ ສະໜັບສະໜູນ ລາວ ຮັບດຳລົງຕຳແໜ່ງປະທານ ອາຊຽນ 2024 ໃຫ້ບັນລຸຜົນສຳເລັດ. ການນຳ 2 ທ່ານກໍ່ຢືນຢັນຄືນໃໝ່ຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພ ແລະ ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ.

ທ່ານປະທານປະເທດ ຫວໍ້ວັນເຖືອງ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ດຳເນີນການເຈລະຈາ - ảnh 2ທີ່ການປະຊຸມຂ່າວພາຍຫຼັງການພົບປະເຈລະຈາ
(ພາບ: TTXVN)

  ພາຍຫຼັງການພົບປະເຈລະຈາ, ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີແລກປ່ຽນບົດບັນທຶກຊ່ວຍຈຳກ່ຽວກັບ ການຮ່ວມມືດ້ານເຕັກໂນໂລຊີຂໍ້ມູນຂ່າວສານ - ການສື່ສານ ແລະ ບົດບັນທຶກຊ່ວຍຈຳກ່ຽວກັບອາຊີບການປະມົງ.

   ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງການພົບປະເຈລະຈາ, ທ່ານປະທານປະເທດ ຫວໍວັນເຖືອງ, ເນັ້ນໜັກ ວ່າ:

   “ດ້ວຍນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ບັນດາຜົນງານການຮ່ວມມືຢ່າງໃຫຍ່ຫຼວງລະຫວ່າງ 2 ປະເທດໃນໄລຍະເກືອບ 70 ປີຜ່ານມາ, ຮອດເວລາແລ້ວຕ້ອງພິຈາລະນາ, ກ້າວໄປເຖິງການຍົກລະດັບ ການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ. ຜ່ານນັ້ນ, ສ້າງກຳລັງໜູນໃໝ່ໃຫ້ ແກ່ການພົວພັນ 2 ຝ່າຍ, ປະກອບສ່ວນນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ, ຕັ້ງໜ້າປະກອບສ່ວນເຂົ້າໃນຄວາມສາມັກຄີໃນ ອາຊຽນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ”.

    ຕໍ່ຕາມທ່ານປະທານປະເທດ ແລ້ວ, ການນຳ 2 ທ່ານໄດ້ເຫັນດີສູ້ຊົນນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸລະດັບ 15 ຕື້ USD ແລະ ສູງກວ່າ ຕາມທີດມີຄວາມດຸ່ນດ່ຽງ.

    ເມື່ອແຈ້ງຂໍ້ມູນຂ່າວສານຕໍ່ສື່ມວນຊົນ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ຊີ້ແຈ້ງວ່າ:

  “ກ່ຽວກັບຂົງເຂດການລົງທຶນ, ຂ້າພະເຈົ້າຊົມເຊີຍການເພີ່ມທະວີການລົງທຶນຈາກ 2 ປະເທດ, ໃນນັ້ນມີບັນດາ ບໍລິສັດໃຫຍ່. ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງແນວແນ່ວ່າ ບັນດາບໍລິສັດຂອງ ອິນໂດເນເຊຍ ລົງທຶນຢູ່ ຫວຽດນາມ ຍາມໃດກໍ່ໄດ້ຮັບເງື່ອນໄຂສະດວກ ແລະ ປົກປ້ອງເປັນຢ່າງດີທີ່ສຸດ. ນອກນັ້ນ, ຂ້າພະເຈົ້າກໍ່ສົ່ງເສີມ ບັນດາບໍລິສັດຂອງ ຫວຽດນາມ ເພີ່ມທະວີການລົງທຶນເຂົ້າ ອິນໂດເນເຊຍ”.

ຕອບກັບ

ຂ່າວ/ບົດ​ອື່ນ