ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ພົບ​ປະ​ກັບ ​ຜູ້​ແທນ​ແມ່ນປັນ​ຍາ​ຊົນ, ນັກ​ວິ​ທະ​ຍາ​ສາດ, ນັກ​ສິ​ລະ​ປິນ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງຄວາມເຄົາລົບຕໍ່ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ທີ່ໄດ້ຍົກອອກຄຳເຫັນຢ່າງສຸດໃຈ, ມີຄວາມຮັບຜິດຊອບຕໍ່ປະເທດຊາດ. ຍົກໃຫ້ເຫັນຄວາມຄາດຫວັງການພັດທະນາປະເທດຊາດຮອດປີ 2030 ແລະ 2045
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ພົບ​ປະ​ກັບ ​ຜູ້​ແທນ​ແມ່ນປັນ​ຍາ​ຊົນ, ນັກ​ວິ​ທະ​ຍາ​ສາດ, ນັກ​ສິ​ລະ​ປິນ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ແລະ ບັນດາຜູ້ແທນ (ພາບ: TTXVN)

ຕອນບ່າຍວັນທີ 29 ກຸມພາ, ຢູ່ສຳນັກງານສູນກາງພັກ ຢູ່ນະຄອນຫຼວງ ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມພົບປະກັບຜູ້ແທນແມ່ນ ປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ເນື່ອງໃນໂອກາດຕົ້ນລະດູບານໃໝ່ປີ ມະໂລງ 2024. ເຂົ້າຮ່ວມກອງປະຊຸມມີຜູ້ແທນດີເດັ່ນ 210 ທ່ານຂອງ ວົງການນັກປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ທີ່ມີຜົນງານດີເດັ່ນໃນການປະຕິບັດວຽກງານ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງຄວາມເຄົາລົບຕໍ່ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ທີ່ໄດ້ຍົກອອກຄຳເຫັນຢ່າງສຸດໃຈ, ມີຄວາມຮັບຜິດຊອບຕໍ່ປະເທດຊາດ. ຍົກໃຫ້ເຫັນຄວາມຄາດຫວັງການພັດທະນາປະເທດຊາດຮອດປີ 2030 ແລະ 2045, ທ່ານປະທານປະເທດ ຖືວ່າ ນີ້ທັງແມ່ນໜ້າທີ່, ທັງນຳມາເຊິ່ງແຫຼ່ງບັນດານໃຈທີ່ຍິ່ງໃຫຍ່ໃຫ້ແກ່ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນໃນການອອກແຮງງານ, ຄົ້ນຄ້ວາ ແລະ ປະດິດຄິດສ້າງ, ສືບຕໍ່ຮ່ວມເດີນທາງກັບພັກ, ຊົນຊາດ, ຜ່ານຜ່າທຸກສິ່ງທ້າທາຍ, ບັນລຸຜົນສຳເລັດທີ່ຍິ່ງໃຫຍ່ກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ