ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ຝ່າຍ​ບໍ​ລິ​ຫານ CICA

(VOVWORLD) -ຕອນບ່າຍວັນທີ 08 ເມສາ 2022, ຢູ່ທໍານຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊັວຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Kairat Sarybay, ຜູ້ອຳນວຍການຝ່າຍບໍລິຫານຄະນະເລຂາ ກອງປະຊຸມສົມທົບກັນເຄື່ອນໄຫວ ແລະ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ ອາຊີ (CICA) ເນື່ອງໃນໂອກາດທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ຝ່າຍ​ບໍ​ລິ​ຫານ CICA - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊັວຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Kairat Sarybay ຜູ້ອຳນວຍການຝ່າຍບໍລິຫານ CICA (ພາບ: BNEWS/TTXVN)

ເມື່ອແລກປ່ຽນກ່ຽວກັບສະພາບການຢູ່ພາກພື້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ CICA ຄວນສືບຕໍ່ເສີມຂະຫຍາຍປະສິດທິຜົນ, ຄະຕິທຳ, ເປົ້າໝາຍ ແລະ ຫຼັກການເຄື່ອນໄຫວຂອງຕົນ. ທ່ານກໍປາດຖະໜາວ່າ CICA ຈະສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ແລະ ຫວຽດນາມ ເພື່ອແນໃສ່ຮັບປະກັນສັນຕິພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982) ແລະ ກົດບັດ ສປຊ.

        ເນື່ອງໃນໂອກາດນີ້, ທ່ານ ເອກອັກຄະລັດຖະທູດ Kairat Sarybay ຜູ້ອຳນວຍການຝ່າຍບໍລິຫານ CICA ກໍໄດ້ສົ່ງຈົດໝາຍຂອງທ່ານ Kassym – Jomart Tolayev ປະທານາທິບໍດີ ກາຊັກສະຖານ ເຊື້ອເຊີນທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ CICA ຢູ່ ກາຊັກສະຖານໃນເດືອນ ຕຸລາ 2022.

ຕອບກັບ

ຂ່າວ/ບົດ​ອື່ນ