ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຫວັງ​ວ່າ ຈະ​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ຂຶ້ນ​ສູ່​ລະ​ດັບສູງ​ໃໝ່

(VOVWORLD) -ທ່ານ ຫງວຽນຊວັນຟຸກ ຢັ້ງຢືນວ່າ ດ້ວຍຄວາມສຳຄັນຂອງການພົວພັນທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ, ການຢ້ຽມຢາມຄັ້ງນີ້ ສະແດງໃຫ້ເຫັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຖືການພົວພັນລະຫວ່າງ ຫວຽດນາມ - ລັດເຊຍ ກໍ່ຄືກັບທ່ານປະທານາທິບໍດີ Vladimir Putin ເປັນສຳຄັນຍິ່ງ.
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຫວັງ​ວ່າ ຈະ​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ຂຶ້ນ​ສູ່​ລະ​ດັບສູງ​ໃໝ່ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານ Sputnik
(ພາບ: Sputnik)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສະຫະພັນລັດເຊຍ Vladimir Putin, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການໃນລະຫວ່າງວັນທີ 29 ພະຈິກ ຫາ ວັນທີ 2 ທັນວາ. ນີ້ແມ່ນການຢ້ຽມຢາມ ສະຫະພັນລັດເຊຍຢ່າງເປັນທາງການ ຄັ້ງທຳອິດໃນຂອບເຂດການປະຕິບັດງານຢູ່ ເອີລົບ ແລະ ກໍ່ແມ່ນຄັ້ງທຳອິດ ໃນຖານະທ່ານຫງວຽນຊວັນຟຸກ ເປັນປະທານປະເທດ ຄົນໃໝ່.

ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ Sputnik ກ່ອນການຢ້ຽມຢາມ ສະຫະພັນລັດເຊຍ ຄັ້ງນີ້, ທ່ານປະທານປະເທດ ຫງວຽນຊວັນຟຸ ໄດ້ເນັ້ນໜັ້ກເຖິງ ໄລຍະ 71 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ, ແລະ ການຕັດສິນເລືອກເອົາ ສະຫະພັນ ລັດເຊຍ ແມ່ນໜຶ່ງໃນບັນດາປະເທດໄປຢ້ຽມຢາມທຳອິດໃນຖານະແມ່ນປະທານປະເທດ ຫວຽດນາມ. ທ່ານ ຫງວຽນຊວັນຟຸກ ຢັ້ງຢືນວ່າ ດ້ວຍຄວາມສຳຄັນຂອງການພົວພັນທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ, ການຢ້ຽມຢາມຄັ້ງນີ້ ສະແດງໃຫ້ເຫັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຖືການພົວພັນລະຫວ່າງ ຫວຽດນາມ - ລັດເຊຍ ກໍ່ຄືກັບທ່ານປະທານາທິບໍດີ Vladimir Putin ເປັນສຳຄັນຍິ່ງ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຂອງ ທັງສອງຝ່າຍ, ການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການຄັ້ງນີ້ ຈະປະກອບສ່ວນສ້າງກຳລັງໜູນ, ບຸກທະລຸໃໝ່ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ເລິກເຊິ່ງກ່ວາອີກ, ຕອບສະໜອງຜົນປະໂຫຍດຢ່າງແທ້ຈິງ ຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ພ້ອມກັນພັດທະນາ, ວັດທະນາຖາວອນ ຂອງພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ