ທ່ານປະ​ທານ​ປະ​ເທດ ​ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ອອກ​ເຄື່ອນ​ທັບ​ຂອງ ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

(VOVWORLD) - ໂຮງໝໍກາງສະໜາມລະດັບ 2 ເລກ 5 ໄປປະຕິບັດໜ້າທີ່ຢູ່ຊູດັງໃຕ້, ແລະ ກອງທະຫານຊ່າງແສງເລກ 2 ປ່ຽນແທນກອງທະຫານຊ່າງເລກ 1.
ທ່ານປະ​ທານ​ປະ​ເທດ ​ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ອອກ​ເຄື່ອນ​ທັບ​ຂອງ ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ - ảnh 1ທ່ານປະທານປະເທດ ຫວຽດນາມ ເຂົ້າຮ່ວມພິທີອອກເຄື່ອນທັບຂອງ ກຳລັງຮັກສາສັນຕິພາບ ສປຊ
(ພາບ: TTXVN)

ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳຢູ່ ພິທີອອກເຄື່ອນທັບ ໂຮງໝໍກາງສະໜາມລະດັບ 2 ເລກ 5 ແລະ ກອງ ທະຫານຊ່າງແສງເລກ 2 ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ແລະ ເຂດ Abyei ແທນໃຫ້ໂຮງໝໍກາງສະໜາມລະດັບ 2 ເລກ 4 ແລະ ກອງທະຫານຊ່າງແສງເລກ 1.

ໂຮງໝໍກາງສະໜາມລະດັບ 2 ເລກ 5 ໄປປະຕິບັດໜ້າທີ່ຢູ່ຊູດັງໃຕ້, ໂຮງໝໍມີນັກຮົບ 63 ຄົນ. ກອງທະຫານຊ່າງແສງເລກ 2 ປ່ຽນແທນກອງທະຫານຊ່າງເລກ 1 ຢູ່ເຂດ Abyei, ມີນັກຮົບ 184 ໄດ້ຈັດສົ່ງມາຈາກຫຼາຍກົມກອງໃນທົ່ວກອງທັບ. ກ່າວຄຳເຫັນທີ່ພິທີອອກເຄືອນທັບ, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ:

ບັນດານັກຮົບ ນຳຄວາມເອກອ້າງທະນົບໃຈ, ຄວາມສາມັກຄີ, ເປັນເຈົ້າການ, ຫົວຄິດປະດິດສ້າງ, ເປັນມືອາຊີບ ແລະ ຄຸນທາດອັນສູງສົ່ງຂອງທະຫານລຸງໂຮ່ ໃນຍຸກສະໄໝໃໝ່ໄປປະຕິບັດວຽກງານຮັກສາສັນຕິພາບ. ພ້ອມກັບການຮ່ວມເດີນທາງຂອງສປຊ ແລະ ບັນດາປະເທດເພື່ອນມິດ, ການສະໜັບສະໜູນຂອງຄູ່ຮ່ວມມືສາກົນ, ບັນດານັກຮົບ ຈະປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນຢ່າງມີປະສິດທິຜົນ, ແທດຈິງ, ຍົກສູງຖານະບົດບາດ ແລະ ອິດທິພົນຊື່ສຽງຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ