ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບທ່ານປະທານາທິບໍດີ Nauru Baron Divavesi Waqa

(VOVWORLD) - 2 ຝ່າຍຍັງບໍ່ທັນເຊັນເອກະສານ ຫຼື ດຳເນີນບັນດາການເຄື່ອນໄຫວຮ່ວມມືລະອຽດ; 2 ຝ່າຍກໍ່ຍັງບໍ່ທັນສ້າງອົງການຕ່າງໜ້າຢູ່ແຕ່ລະປະເທດ
ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບທ່ານປະທານາທິບໍດີ Nauru Baron Divavesi Waqa - ảnh 1 ທ່ານ Baron Divavesi Waqa ແລະ ທ່ານ ເຈີ່ນດ້າຍກວາງ 

ຕອນບ່າຍວັນທີ 28 ມິຖຸນາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບທ່ານ Baron Divavesi Waqa, ປະທານາທິບໍດີ Nauru ເນື່ອງໃນໂອກາດເຂົ້າຮ່ວມສະມັດຊາໃຫຍ່ກອງທຶນສິ່ງແວດລ້ອມທົ່ວໂລກຄັ້ງທີ 6 ຈັດຕັ້ງຢູ່ ຫວຽດນາມ. ທ່ານປະທານປະເທດເຈີ່ນດ້າຍກວາງ ຖືວ່າ: ຍ້ອນສະພາບແວດລ້ອມ ພູມສັນຖານ, ການໄປມາຍັງບໍ່ທັນສະດວກ, ດັ່ງນັ້ນ, ການພົວພັນລະຫວ່າງ 2 ປະເທດນັບແຕ່ເມື່ອໄດ້ຮັບການສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ (21/6/2006), ມາຮອດປະຈຸບັນ, ຍັງມີການພັດທະນາຫຼາຍຢ່າງ: 2 ຝ່າຍຍັງບໍ່ທັນເຊັນເອກະສານ ຫຼື ດຳເນີນບັນດາການເຄື່ອນໄຫວຮ່ວມມືລະອຽດ; 2 ຝ່າຍກໍ່ຍັງບໍ່ທັນສ້າງອົງການຕ່າງໜ້າຢູ່ແຕ່ລະປະເທດ; ທຸກໆການແລກປ່ຽນລ້ວນແຕ່ຜ່ານຄະນະການທູດຂອງ 2 ປະເທດປະຈຳ ສປຊ. ດັ່ງນັ້ນ, ທ່ານປະທານປະເທດ ສະເໜີວ່າ: ໄລຍະຈະມາເຖິງ, 2 ປະເທດຄວນຊຸກຍູ້ການແລກປ່ຽນຄະນະ; ກ່ອນອື່ນໝົດແມ່ນຄະນະໃນບັນດາຂົງເຂດທີ່ທັງ 2 ຝ່າຍມີຄວາມສາມາດບົ່ມຊ້ອນຄື: ສິນໃນນ້ຳ, ອາຊີບຫາປາ, ກະສິກຳ, ການທ່ອງທ່ຽວ… ສ່ວນທ່ານປະທານາທິບໍດີ Baron Divavesi Waqa ໃຫ້ຮູ້ວ່າ: Nauru ແມ່ນປະເທດແຄມທະເລ ແລະ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ. ທ່ານປະທານາທິບໍດີ ຢັ້ງຢືນ Nauru ສະໜັບສະໜູນ ຫວຽດນາມ ແມ່ນກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບທ່ານນາງ Siren Gjerme Eriksen ປະທານາທິບໍດີ ນອກແວ ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດສິ້ນສຸດໜ້າທີ່ການທູດຢູ່ ຫວຽດນາມ. ທ່ານປະທານປະເທດ ຢັ້ງຢືນວ່າ: ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນໃນການພັດທະນາການພົວພັນກັບ ນອກແວ, ຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ ເອີລົບເໜືອ. ສ່ວນທ່ານນາງ Baron Divavesi Waqa ຫວັງວ່າ ໃນໄລຍະຈະມາເຖິງ, 2 ຝ່າຍເພີ່ມທະວີການຮ່ວມມືໃນຂົງເຂດສິ່ງແວດລ້ອມ, ການເດີນເຮືອ, ການຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ການສຶກສາ…

ຕອບກັບ

ຂ່າວ/ບົດ​ອື່ນ