ທ່ານປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບປະທານສະພາຕໍ່າ ອົດສະຕາລີ

(VOVWORLD) - ຕອນເຊົ້າວັນທີ 24 ກໍລະກົດ, ຢູ່ທໍານຽບປະທານປະເທດຫວຽດນາມ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕໍ່າ ອົດສະຕາລີ Tony Smith ເຊິ່ງພວມມີການຢ້ຽມຢາມຫວຽດນາມຢ່າງເປັນທາງການ ຕາມຄໍາເຊື້ອເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.

ທ່ານປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບປະທານສະພາຕໍ່າ ອົດສະຕາລີ - ảnh 1 ທ່ານເຈີນດ້າຍກວາງປະທານປະເທດຫວຽດນາມ ຕ້ອນຮັບທ່ານ Tony Smith ປະທານສະພາຕໍ່າ ອົດສະຕາລີ 

(ພາບ: VOV.Vn)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດກັບອົດສະຕາລີ. ທ່ານປະທານປະເທດ ຖືວ່າ ໃນໄລຍະຈະມາເຖິງ ສອງປະເທດຄວນສືບຕໍ່ຍູ້ແຮງການຮ່ວມມືໃຫ້ແທດຈິງກວ່າ, ໂດຍສະເພາະແມ່ນໃນບັນດາຂົງເຂດເສົາຄໍ້າ ແລະ ບັນດາຂົງເຂດທີ່ສອງປະເທດມີຄວາມສາມາດບົ່ມຊ້ອນ ຄື ເສດຖະກິດ - ການຄ້າ - ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ - ບໍາລຸງສ້າງ, ກະສິກໍາເຕັກໂນໂລຢີສູງ, ການໜູນຊ່ວຍກັນເພື່ອພັດທະນາ...

        ທ່ານປະທານປະເທດ ເຈີນດ້າຍກວາງ ມີຄວາມປາດຖະໜາວ່າ ອົດສະຕາລີ ຈະສືບຕໍ່ໜູນຊ່ວຍຫວຽດນາມພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ເພີ່ມປະລິມານທຶນການສຶກສາຈາກລັດຖະບານ, ໜູນຊ່ວຍການບໍາລຸງສ້າງວິຊາຊີບ ແລະ ພາສາອັງກິດອີກດ້ວຍ. ນອກຈາກນັ້ນ, ທ່ານປະທານປະເທດ ກໍໄດ້ສະເໜີວ່າ ທາງອົດສະຕາລີຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມດໍາລົງຊີວິດ, ອອກແຮງງານ ແລະ ຮໍ່າຮຽນຢ່າງສອດຄ່ອງກັບກົດໝາຍຂອງປະເທດປະຈໍາຖິ່ນ, ປະກອບສ່ວນເຂົ້າໃນການພັດທະນາຂອງແຕ່ລະປະເທດກໍຄືການພົວພັນສອງຝ່າຍ. ທ່ານປະທານປະເທດ ເຈີນດ້າຍກວາງ ໃຫ້ຮູ້ວ່າ ຫວຽດນາມກໍຈະສ້າງເງື່ອນໄຂໃຫ້ພົນລະເມືອງຂອງອົດສະຕາລີ ເຂົ້າມາຫວຽດນາມ ທ່ອງທ່ຽວ, ຮໍ່າຮຽນ, ລົງທຶນ ແລະ ດໍາເນີນທຸລະກິດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື ແລະ ນໍ້າໃຈມິດຕະພາບລະຫວ່າງສອງປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ