ທ່ານປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ຈີເລເຂົ້າຢ້ຽມອຳລາ

(VOVWORLD) - ທ່ານປະທານປະເທດຖືວ່າ ສຳລັບສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ຂ້າມປາຊີຟິກ (CPTPP) ໄດ້ລົງນາມໃນວັນທີ  8 ມີນາ ຢູ່ຈີເລ...
ທ່ານປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ຈີເລເຂົ້າຢ້ຽມອຳລາ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຈີເລ

ຕອນເຊົ້າວັນທີ 8 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງໄດ້ໃຫ້ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ຈີເລ ປະຈຳ ຫວຽດນາມClaudio Andres De Negri Quintana ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງຢັ້ງຢືນວ່າ ຫວຽດນາມຍາມໃດກໍປາດຖະໜາຢາກຊຸກຍູ້ການພົວພັນສອງຝ່າຍກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ ໃນນັ້ນ ມີປະເທດ ຈີເລ. ທ່ານປະທານປະເທດຖືວ່າ ສຳລັບສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ຂ້າມປາຊີຟິກ (CPTPP) ໄດ້ລົງນາມໃນວັນທີ  8 ມີນາ ຢູ່ຈີເລ ໃນນັ້ນ ຫວຽດນາມ ແລະ ຈີເລແມ່ນສະມາຊິກ ຈະເປີດກາລະໂອກາດໃໝ່ໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ. ຄຽງຂ້າງນັ້ນ, ສອງປະເທດກໍຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນບັນດາເວທີໄປໄສສາກົນ. ທ່ານປະທານປະເທດກໍ່ອວຍພອນທ່ານ ເອກອັກຄະລັດຖະທູດຈີເລ ພາຍຫຼັງສິ້ນສຸດອາຍຸການປະຕີບັດງານທາງການທູດຢູ່ຫວຽດນາມ ໃນຖານະຕຳແໜ່ງໃໝ່ ທ່ານເອກອັກຄະລັດຖະທູດ ຈະມີການເຄືື່ອນໄຫວຫຼາຍຢ່າງ ເພື່ອປະກອບສ່ວນເພີ່ມທະວີການພົວພັນລະຫວ່າງສອງປະເທດຕື່ມອີກ.

ທ່ານເອກອັກຄະລັດຖະທູດ Claudio Andres De Negri Quintana ໃຫ້ຮູ້ວ່າ: ຈີເລຈະເປັນເຈົ້າພາບຈັດຕັ້ງAPEC 2019 ແລະ ປາດຖະໜາວ່າ ຢາກໄດ້ຮັບການແບ່ງປັນບົດຮຽນຈາກຫວຽດນາມໃນການຈັດຕັ້ງເຫດການສຳຄັນນີ້. ທ່ານເອກອັກຄະລັດຖະທູດຢັ້ງຢືນວ່າ ໃນທຸກຖານະຕໍ່ແໜ່ງໃໝ່ ທ່ານຈະສືບຕໍ່ເປັນຂົວຕໍ່, ປະກອບສ່ວນຮັດແໜ້ນການພົວພັນລະຫວ່າງ ຈີເລ ແລະ ຫວຽດນາມຢ່າງຕັ້ງໜ້າ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ຈີເລ ເຂົ້າຢ້ຽມອຳລາເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ