ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ສິງກະໂປ ເຂົ້າຢ້ຽມຂຳ່ນັບ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ສິງກະໂປ ເຂົ້າຢ້ຽມຂຳ່ນັບ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Catherine Wong

(vovworld) – ຕອນ​ບ່າຍ​ວັນ​ທີ 24/01, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Catherine Wong ​ເອກ​ອັກຄະ​ລັດຖະທູດ ສິງກະ​ໂປ ປະຈຳ ຫວຽດນາມ ​ເຂົ້າ​ຢ້ຽມ​ຂ່ຳນັບ​ຕາມ​ພິທີການ​ທູດ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ສິງກະ​ໂປ ​ແລະ ປາດ​ຖະໜາ​ວ່າ 2 ຝ່າຍຈະ​ຮ່ວມ​ມືກັນ​ຢ່າງ​ແໜ້ນ​ແຟ້ນຕາມຈີນຕະນາການ​ໃໝ່, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ນຳ​ມາ​​ເຊິ່ງມູນ​ຄ່າ​ເພີ່ມ​ສູງ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ວ່າ ​ໃນ​​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດຈະ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື 2 ປະ​ເທດ, ພິ​ເສດ​ແມ່ນ​ຂົງ​ເຂດ​ເສດຖະກິດ, ຮຽກຮ້ອງ​ບັນດາ​ນັກ​ລົງທຶນ ສິງກະ​ໂປ ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ ຫວຽດນາມ. ພ້ອມ​ທັງ ສ້າງ​​ຄວາມ​ສະດວກ​ໃຫ້​ບັນດາ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳຂອງ ຫວຽດນາມ ນຳເຂົ້າ​ຕະຫລາດ ສິງກະ​ໂປ. ທ່​ານ​ປະທານ​ປະ​ເທດ ສະ​ເໜີ 2 ຝ່າຍ​ສືບ​ຕໍ່​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ບັນດາ​ເຂດ​ອຸດສາຫະກ​​ຳ ຫວຽດນາມ - ສິງກະ​ໂປ (VSIP); ພ້ອມ​ທັງ ຊຸກຍູ້​ການສ້າງ​ຕັ້ງ VSIP ຢູ່ ດ່າ​ໜັງ ​ແລະ ຄົ້ນ​ຄວ້າ​ສ້າງ​ບັນດາ​ຮູບ​​ແບບ​ຮ່ວມ​ມື​ໃຫມ່​ຄື: ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ, ສູນປະດິດ​ສ້າງ​ຢູ່​ບັນດາ​ນະຄອນ​ໃຫຍ່​ຂອງ​ຫວຽດນາມ. ທ່ານ​ປະທານ​ປະ​ເທດ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ໃນ​ຖານະ​​ເປັນຜູ້ຕາງຫນ້າ​ສູງ​ສຸດ​ຂອງ ສິງ​ກະ​ໂປ ຢູ່​ຫວຽດນາມ, ທ່ານ​ນາງ ​ເອກ​ອັກ​ຄະ​ລັດຖະທູດ​ຈະ​ປະກອບສ່ວນ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ.

       

ຂ່າວ/ບົດ​ອື່ນ