ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຈລະຈາກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo

(VOVWORLD) -ວັນທີ 11 ກັນຍາ, ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມເຈິ່ນດ້າຍກວາງ, ທ່ານປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ Joko Widodo  ພ້ອມດ້ວຍພັນລະຍາ ໄດ້ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ. 

ວັນທີ 11 ກັນຍາ, ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມເຈິ່ນດ້າຍກວາງ, ທ່ານປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ Joko Widodo  ພ້ອມດ້ວຍພັນລະຍາ ໄດ້ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ. ໃນຕອນບ່າຍຂອງວັນດຽວກັນ, ພາຍຫຼັງພິທີຕ້ອນຮັບ ທ່ານປະທານາທິບໍດີ Joko Widodo  ພ້ອມດ້ວຍພັນລະຍາ ຢ່າງເປັນທາງການ ຢູ່ສໍານັກງານປະທານປະເທດ ສອງຝ່າຍໄດ້ດໍາເນີນການພົບປະເຈລະຈາ.

ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຈລະຈາກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo   - ảnh 1 ການເຈລະຈາລະຫວ່າງສອງຝ່າຍ

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ເພີ່ມທະວີການພົວພັນແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆໃນທຸກຊ່ອງທາງ ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ພົວພັນແລກປ່ຽນປະຊາຊົນ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ Joko Widodo ເຫັນດີນໍາກັນວ່າ ຈະສູ້ຊົນນໍາວົງເງິນການຄ້າຂອງສອງປະເທດ ໃຫ້ບັນລຸເຖິງ 10 ຕື້ USD ໂດຍໄວ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດ ກອງທັບເຮືອ, ກອງທັບອາກາດ, ອຸດສາຫະກໍາປ້ອງກັນຊາດ; ການປ້ອງກັນ, ຕ້ານອາດຊະຍາກໍາ.

ສອງຝ່າຍເຫັນດີເພີ່ມທະວີການເຈລະຈາ ກ່ຽວກັບການຂີດຂັ້ນເຂດເສດຖະກິດພິເສດລະຫວ່າງສອງປະເທດ ແລະ ມອບໃຫ້ກອງປະຊຸມກຸ່ມວິຊາການຍູ້ໄວວິວັດທະນາການ ເຈລະຈາ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງ ໂດຍໄວ ບົນພື້ນຖານກົດໝາຍສາກົນ, ໂດຍສະເພາະແມ່ນ ສົນທິສັນຍາວ່າດ້ວຍກົດໝາຍທະເລ ຂອງສະຫະປະຊາຊາດ (UNCLOS) 1982.

ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ Joko Widodo ຖືວ່າ ໃນສະພາບການຂອງພາກພື້ນໃນປັດຈຸບັນ, ສອງຝ່າຍຄວນຮັກສາການປຶກສາຫາລືບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ຍຸດທະສາດຢູ່ໃນພາກພື້ນ; ສົມທົບກັນກໍ່ສ້າງອາຊຽນ ສາມັກຄີ, ປະຕິບັດວິໄສທັດ ອາຊຽນ 2025 ໃຫ້ປະສົບຜົນສໍາເລັດ.

ສອງຝ່າຍໄດ້ຢັ້ງຢືນເຖິງຫຼັກໝັ້້ນສະເໝີຕົ້ນສະເໝີປາຍໃນບັນຫາທະເລຕາເວັນອອກ, ຕາມນັ້ນແລ້ວ ແມ່ນໃຫ້ຄໍາໝັ້ນສັນຍາວ່າ ຈະສະໜັບສະໜູນ ເລື່ອງແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ວ່າດ້ວຍກົດໝາຍສາກົນ (UNCLOS) 1982. ສອງຝ່າຍຍັງຢັ້ງຢືນຄືນໃໝ່ວ່າ ຈະສະໜັບສະໜູນເລື່ອງປະຕິບັດ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາ ເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ຊຸກຍູ້ການເຈລະຈາ ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ແທດຈິງ.

ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຈລະຈາກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo   - ảnh 2 ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ Joko Widodoເປັນສັກຂີພິຍານໃນພິທີລົງນາມ ໂຄງການດໍາເນີນງານຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດ ລະຫວ່າງຫວຽດນາມ - ອິນໂດເນເຊຍ ໄລຍະ 2019 – 2023 

ພາຍຫຼັງການເຈລະຈາ, ການນໍາສອງປະເທດ ໄດ້ເປັນສັກຂີພິຍານໃນພິທີລົງນາມ ໂຄງການດໍາເນີນງານຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດ ລະຫວ່າງຫວຽດນາມ - ອິນໂດເນເຊຍ ໄລຍະ 2019 – 2023 ແລະ ແຈ້ງການຮ່ວມ ກ່ຽວກັບຄວາມສະໝັກໃຈເຂົ້າຮ່ວມການຮ່ວມມືສາກົນ ໃນການ ຕ້ານການຂຸດຄົ້ນສິນທະເລ ຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກໍານົດ (IUU) ແລະ ຊຸກຍູ້ການຄຸ້ມຄອງອາຊີບຫາປາແບບຍືນຍົງລະຫວ່າງສອງປະເທດ ມາໃນໂອກາດນີ້.

 ພາຍຫຼັງສິ້ນສຸດການເຈລະຈາດັ່ງກ່າວ ສອງຝ່າຍໄດ້ອອກ ຖະແຫຼງການຮ່ວມ ແລະ ໃນຕອນຄໍ່າຂອງວັນດຽວກັນ, ທີ່ສູນກອງປະຊຸມສາກົນ (ຮ່າໂນ້ຍ), ທ່ານປະທານປະເທດ ເຈິ່ນດ້າຍກວາງ ພ້ອມດ້ວຍພັນລະຍາ ໄດ້ຈັດງານລ້ຽງ ຕ້ອນຮັບການມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມຂອງທ່ານ ປະທານາທິບໍດີ Joko Widodo ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ອິນໂດເນເຊຍຂຶ້ນ ຢ່າງສົມກຽດ.

ຕອບກັບ

ຂ່າວ/ບົດ​ອື່ນ