ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບປະທານສະພາຕ່ຳກາຊັກສະຖານ

ທ່ານປະທານປະເທດ ເຈືອງເຕີນຊາງ  ຕ້ອນຮັບປະທານສະພາຕ່ຳກາຊັກສະຖານ - ảnh 1
(ທ່ານປະທານປະເທດ ເຈືອງເຕີນຊາງ 
ຕ້ອນຮັບປະທານສະພາຕ່ຳກາຊັກສະຖານ)


(vovworld) – ​ ວັນ​ທີ 29/3, ຢູ່​ຮ່າ​ໂນ້ຍ, ​ເມື່ອຕ້ອ​ນຮັບ​ທ່ານ Zhakupov Kabinolla Kabenovich, ປະທານ​ສະພາ​ຕຳ່ ກາ​ຊັກ​ສະຖານ ທີ່ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ສະຫະພັນ​ລັດຖະສະພາ​ສາກົນ IPU 132, ທ່ານ​ປະທານ​ປະ​ເທດ ​ເຈືງ​ເຕີນ​ຊາງ​ຖື​ວ່າ: ຫວຽດນາມ​ ​ເຂົ້າ​ຮ່ວມ​ພັນທະມິດ​ພາສີ ລັດ​ເຊຍ - ​ເບ​ລາ​ຮູດ - ກາຊັກ​ສະຖານ ຈະສ້າ​ງພະລັງ​ແຮງ​ໃໝ່​ໃຫ້ 2 ປະ​ເທດ, ພ້ອມທັງ​ເຊື່ອ​ໝັ້ນ​ວ່າການ​ລົງ​ນາມ​ຈະ​ໄດ້ຮັບ​ການ​ຍູ້​ໄວ​​ໃນປີ 2015. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ, ຫວຽດນາມ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບກາ​ຢັກ​ສະຖານ, ຫັນ​ຄຳ​ເວົ້າ​ເປັນ​ການ​ກະທຳຕົວ​ຈິງ, ​ຄື​ຫົວ​ຂໍ້​ຂອງ IPU-132. ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ວິ​ສາ​ຫະກິດ 2 ປະ​ເທດ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ຢ່າງ​ຕັ້ງໜ້າ.

ຂ່າວ/ບົດ​ອື່ນ