ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບປະທານສະພາແຫ່ງຊາດ Sudan

ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບປະທານສະພາແຫ່ງຊາດ Sudan - ảnh 1
(ທ່ານ​ປະທານ​ປະ​ເທດ​ ເຈືອງ​ເຕີນຊາງ ຕ້ອນຮັບປະທານ​ສະພາ​ແຫ່ງ​ຊາດ Sudan)

(vovworld) – ​ຕອນ​ບ່າຍ​ວັນ​ທີ່ 29/3, ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນຊາງ​ ໄດ້​​ໃຫ້ການ​ຕ້ອນຮັບທ່ານປະທານ​ສະພາ​​ແຫ່ງ​ຊາດ Susan, ​Al Fatih Izzeldin Al Mansour, ທີ່​ນຳ​ໜ້າ​ຄະນະຜູ້​ແທນ​ຂັ້ນ​ສູງສະພາ​​ແຫ່ງ​ຊາດ Susan ​ພວມ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ສະຫະພັນ​ ລັດຖະສະພາ​ສາກົນ ຄັ້ງ​ທີ 132 (IPU-132) ​​ເຊິ່ງພວມ​ດຳ​ເນີນ​​ຢູ່ຫວຽດນາມ.​ ໃນ​ການ​ຕ້ອນຮັບ, ທ່ານປະ​ທານ​ປະ​ເທດຄຳນັບຊົມ​ເຊີຍ​ຄະນະ​ຜູ້​ແທນ​ສະພາ​ຕຳ່Sudan ມາ​ຫວຽດນາມເຂົ້າ​ຮ່ວມ IPU 132 ​ແລະ ຢືນຢັນ​ວ່າ: ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສືບ​ທອດ​ມູນ​ເຊື້ອ​ມິດຕະພາບລະຫວ່າງ 2 ປະ​ເທດ​ກໍ່​ຄື​ການ​ຮ່ວມ​ມື​ໃນ​ບັນດາ​ອົງການ​ຈັດ​ຕັ້ງພາກ​ພື້ນ ​ແລະ ສາກົນ. ​ເມື່ອຕີ​ລາຄາ​ສູງ​ພາລະ​ບົດບາດ​ຂອງ Sudan ​ໃນ​ພາກ​ພື້ນ ​ແລະ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ທ່ານປະທານ​ປະ​ເທດສະ​ເໜີSudan ສືບ​ຕໍ່​ສ້າງ​ເງື່ອນ​ໄຂສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດຫວຽດນາ​ມ​ ລົງທຶນໃນ​ຂົງ​ເຂດ​ນຳ້ມັນ​ອາຍ​ແກັສ, ​ໂທລະ​ຄົມ ຢູ່Sudan, ພ້ອມ​ກັນ​ນັ້ນ 2 ຝ່າຍ​ຕ້ອງ​ກວດກາ​ຄືນ​ ບັນດາ​ສັນຍາທີ່​ໄດ້​ຮັບ​ການ​ລົງ​ນາມ ​ເພື່ອ​ເປັນ​ພື້ນຖານ​ຍູ້​ແຮງ​ການ​ແລກປ່ຽນ​ເສດຖະກິດ​ການ​ຄ້າ​ລະຫວ່າງ 2 ປະ​ເທດ ​ແລະ 2 ພາກ​ພື້ນ.

ຂ່າວ/ບົດ​ອື່ນ