ທ່ານປະທານປະເທດ ເຈືອງເຕີ້ນຊາງ ຢ້ຽມຢາມບໍລິສັດໃຫຍ່ ເຕິນກາງໄຊງອ່ນ


ທ່ານປະທານປະເທດ ເຈືອງເຕີ້ນຊາງ ຢ້ຽມຢາມບໍລິສັດໃຫຍ່ ເຕິນກາງໄຊງອ່ນ - ảnh 1
ທ່ານ​ປະທານປະ​ເທດ​ຫວຽດນາມ​ເຈືອງ​ເຕີ້​ນຊາງ ​ໄດ້​ລົງ​ຢ້ຽມຢາມ ​ບໍລິສັດ​ໃຫຍ່ ​ເຕິ​ນກາງ​ໄຊ​ງອ່ນ   (ພາບ : TTXVN)

Vovworld- ຕອນ​ເຊົ້າ​ວັນ​ທີ 16/2, ທ່ານ​ປະທານປະ​ເທດ​ຫວຽດນາມ​ເຈືອງ​ເຕີ້​ນຊາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ພະນັກງານ, ກຳມະກອນ, ນັກຮົບ​ສັງກັດ​ບໍລິສັດ​ໃຫຍ່ ​ເຕິ​ນກາງ​ໄຊ​ງອ່ນ ທີ່​ຂຶ້ນ​ກັບ​ເຫຼົ່າ​ທັບ​ເຮືອ​ຫວຽດນາມ. ​ເມື່ອ​ໂອ້​ລົ​ມກັບ ພະນັກງານ, ກຳມະກອນ, ນັກຮົບ​ສັງກັດ​ບໍລິສັດ​ໃຫຍ່ ​ເຕິ​ນກາງ​ໄຊ​ງອ່ນ, ທ່ານ​ປະທານປະ​ເທດ​ຫວຽດນາມ​ເຈືອງ​ເຕີ້​ນຊາງ ​ເນັ້ນ​ໜັກວ່າ  : ທາງ​ບໍລິສັດ​ໃຫຍ່​ຕ້ອງ​ສູ້​ຊົນ​ນຳ​ໜ້າ​ໃນ​ຂົງ​ເຂດ​ຂຸດ​ຄົ້ນທ່າ​ກຳ​ປັ່ນ ​ແລະ ການ​ບໍລິການ​ຕ່າງໆ, ຕ້ອງ​ລົງທຶນ​​ແບບ​ລົງ​ເລິກ​ເພື່ອ​ຫຼຸດຜ່ອນ​ຄ່າ​ຂົນ​ສົ່ງ​ສິນຄ້າ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ປະ​ເທດ​ຊາດ ​ແລະ ສາມາດ​ແກ່ງ​ແຍ້​ງກັບ​ທ່າ​ກຳ​ປັ່ນ​ໃຫຍ່​ຕ່າງໆ​ໃນ​ພາກ​ພື້ນ. ​ບໍລິສັດ​ໃຫຍ່ ​ເຕິ​ນກາງ​ໄຊ​ງອ່ນຕ້ອງ​ຮັບຜິດຊອບ​ບົດບາດ​ເປັນ​ປະຖົມ​ປັດ​ໄຈ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ​ນັບ​ພັນແຫ່ງມຸ່ງໜ້າສູ່ທະເລ, ເຊື່ອງໂຍງເຂົ້າກັບ ບັນດາພື້ນຖານ ເສດຖະກິດໃນພາກພື້ນ ແລະ ໂລກຢ່າງວ່ອງໄວ. ໃນໄລຍະທີ່ຈະມາເຖິງ, ​ບໍລິສັດ​ໃຫຍ່ ​ເຕິ​ນກາງ​ໄຊ​ງອ່ນ ຄວນສືບຕໍ່ປ່ຽນໃໝ່​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ​ກ່ວາ, ຫຼຸດຜ່ອນ​ເວລາ​ຂົນ​ຖ່າຍ​ສິນຄ້າ, ພ້ອມ​ທັງ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ເພື່ອ​ຫຼຸດຜ່ອນ​ຄ່າ​ຂົນ​ສົ່ງ.... ທັງ​ນີ້​ກໍ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ຜະລິດດຳ​ເນີນ​ທຸລະ​ກິດ . ທ່ານ​ປະທານປະ​ເທດ​ຫວຽດນາມ​ເຈືອງ​ເຕີ້​ນຊາງ ເວົ້າວ່າ :

“ປະ​ເທດ​ພວກ​ເຮົາ​ມີ​ຝັ່ງ​ທະ​ເລ​ຍາວ​ເກືອບ 4.000 ກມ ບັນຫາ​ພັດທະນາ​ການບໍລິການ​ທ່າ​ກໍ່າ​ປັ່ນ, ພັດ​ທະ​ນາ​ການ​ເດີນ​ທະ​ເລ​ແມ່ນ​ຕ້ອງ​ເປັນ​ໄປ. ນີ້​ແມ່ນ​ທ່າ​ແຮງ, ພວກ​ເຮົາ​ມີ​ມະຕິ​ຫົວ​ເລື່ອງຂອງ​ສູນ​ກາງ​ກ່ຽວ​ກັບ​ຍຸດ​ທະ​ສາດ​ທະ​ເລ, ບັນດາ​ໝາກຜົນ​ຂອງ​ນີ້​ແມ່ນ​ການ​ເຂົ້າ​ຮ່ວມ​ໂດຍ​ກົງ​ເຂົ້າ​​ໃນ​ການ​ປະຕິບັດມະຕິ​ສູນ​ກາງ​ກ່ຽວ​ກັບ​ຍຸດ​ທະ​ສາດ​ທະ​ເລ. ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່, ຂ້າພະ​ເຂົ້າ​ຕາງ​ໜ້າ​ໃຫ້ການ​ນຳ​ພັກ, ລັດ ຊົມ​ເຊີຍ​ຜົນງານ​ເຊິ່ງບໍ​ລິ​ສັດ​ບັນລຸ​ໄດ້ ​ແລະ ສະ​ແດງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ບັນດາ​ສະຫາຍ ທີ່​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ວິວັດ​ການ​ສ້າງສາ​ຂະ​ແໜງ​ຂົນສົ່ງ​ທາງ​ທະ​ເລ, ພິ​ເສດ​ແມ່ນ​ການ​ບໍລິການ​ຂອງ​ຫວຽດນາມ, ຕອບ​ສະ​ໜອງ​ຄວາມ​ຮຽກຮ້ອງຕ້ອງການ​ພັດທະນາ​ໃໝ່​ຂອງ​ປະ​ເທດ​ຊາດ.”

ຂ່າວ/ບົດ​ອື່ນ