ທ່ານປະທານປະເທດ ເຈືອງເຕີນຊາງ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຈີນ

ທ່ານປະທານປະເທດ ເຈືອງເຕີນຊາງ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຈີນ - ảnh 1
(ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ
​ຢ້ຽມຢາມສະຖານທູດ​ຫວຽດນາມ ປະຈຳ​ຈີນ)

(vovworld) - ​​ຕອນຄ່ຳວັນທີ 21/6, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກນະຄອນຫຼວງ ກວາງເຈົາ, ສິ້ນສຸດການຢ້ຽມຢາມທາງລັດຖະກິດປະເທດ ຈີນ. ກ່ອນໜ້ານັ້ນຄືໃນຕອນ​ເຊົ້າ​ວັນທີ 21/06, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໄປ​ຢ້ຽມຢາມ ​ແລະ​ໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ ປະຈຳ​ຈີນ ​ແລະ ຜູ້​ຕ່າງ​ໜ້າງປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ປັກ​ກິ​ງ. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ພະນັກງານ, ພາລະ​ກອນ​ສະຖານທູດ ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມ​ການ​ຢ້ຽມຢາມ​ຈີນ ຂອງ​ຄະນະ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ​ໃຫ້​ຮູ້​ວ່າ ການ​ຢ້ຽມຢາມ​ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ, ​​​ໂດຍສະ​ເພາະ​ແມ່ນ​ຢືນຢັນ ​ແລະ ພັ​ດທະ​ນາ​ບັນດາ​ສະຕິ​ຮັບ​ຮູ້​ລວມ​ໃນ​ບັນດາ​ສຳຄັນ​ຂອງ 2 ປະ​ເທດ, ​ແມ່ນ​​ແນວຄິດ​ຊີ້ນຳ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ແຕ່​ວ່າ, ​ເພື່ອ​ຫັນ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ຮຽກຮ້ອງ​ໃຫ້​ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ສູງ​ຂອງ​ທັງ 2 ຝ່າຍ​ຈີນ ​ແລະ ຫວຽດນາມ. ທ່ານ​ເຈືອງ​ເຕີນ​ຊາງ​ ກ່າວ​ວ່າ.

        ສະຖານທູດຫວຽດນາມ, ວິສາຫະກິດຫວຽດນາມ ຢູ່ປັກກິເວົ້າສະເພາະແລະ ຢູ່ຈີນເວົ້າລວມ, ປະຊາຄົມຊາວຫວຽດນາມອາໄສຢູ່ປັນກິເວົ້າສະເພາະແລະຢູ່ຈີນເວົ້າລວມ ຕ້ອງປະກອບສ່ວນໂດຍກົງຫຼືທາງອ້ອມ, ຜັນຂະຫຍາຍບັນດາຂໍ້ຕົກລົງໃນສະພາບຕົວຈິງ​ຢ່າງມີປະສິດທິຜົນ. ສິ່ງນັ້ນແມ່ນສຳຄັນທີ່ສຸດ, ນຳມາເຊິ່ງຜົນປະໂຫຍໂດຍກົງໃຫ້ແກ່ຕົນ ກໍຄືໃຫ້ເພື່ອນ, ຍິ່ງກວ່ານັ້ນສິ່ງດັ່ງກ່າວຈະສົ່ງຜົນກະທົບຢ່າງແຮງ, ສຳຄັນ ຍາວນານ, ປັບປຸງແລະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ລະ​ຫວ່າງ 2 ພັກ, 2 ລັດຢ່າງແນວແນ່ກວ່າ”.

ເນື່ອງ​ໃນ​ໂອກາດການຢ້ຽມຢາມທາງລັດຖະກິດປະເທດ ຈີນຂອງທ່ານປະທານ ປະເທດເຈືອງເຕີນຊາງສິ້ນ​ສຸດ​ລົງ, ວັນ​ທີ 21/6, 2 ຝ່າຍໄດ້ອອກຖະແຫຼງການ ຮ່ວມຫວຽດນາມ-ຈີນ.

    ຖະແຫຼງການຮ່ວມຫວຽດນາມ-ຈີນເນັ້ນໜັກວ່າ 2 ຝ່າຍໄດ້ທົບທວນຄືນ ວິວັດການພັດທະນາການພົວພັນຫວຽດນາມ-ຈີນ, ເປັນເອກະສັນກັນຖືວ່າ ນ້ຳໃນມິດຕະພາບ ຫວຽດນາມ-ຈີນແມ່ນຊັບສົມບັດລວມອັນລ້ຳຄ່າຂອງ        ປະຊາຊົນ 2 ປະ​ເທດ ​ແລະ ຢຶນຢັນ​ວ່າ ຈະ​ປະຕິບັດ​ຕາມ​ການ​ຮັບ​ຮູ້​ລວມທີ່​ສຳຄັນ​ຊຶ່ງ​ການ​ນຳ 2 ປະ​ເທດ​ບັນລຸ​ໄດ້​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ກ່ຽວ​ກັບ​ການ​ພັດທະນາ​ການ​ພົວພັນ​ໃດ​ຕະພາບ ຫວຽດນາມ-ຈີນ. 2 ຝ່າຍເປັນເອກະສັນກັນ ຖືການ​ພັດທະນາ​ຂອງ​ປະ​ເທດ​ໜຶ່ງ​ແມ່ນ​ກາລະ​ໂອກາດ​ພັດທະນາ​ຂອງ​ປະ​ເທດ ຕົນ, ເຮັດໃຫ້ການຮ່ວມມືຍຸດທະສາດຮອບດ້ານ ເລິກເຊິ່ງຂຶ້ນຕື່ມດ້ວຍຈຸມສຸມໃນຂົງເຂດຕ່າງໆຄື: ຮັກສາການພົບປະຂັ້ນສູງ, ສືບຕໍ່ນຳໃຊ້ກົນໄກປະຊຸມ ຄະນະ ກຳມະການຊີ້ນຳການ​ຮ່ວມ​ມື 2 ຝ່າຍ​ເປັນ​ຢ່າງ​ດີ. 2 ຝ່າຍ ເປັນເອກະສັນ ພ້ອມກັນປະຕິບັດ“ ​ໂຄງການ​ເຄື່ອນ​ໄຫວ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ-ຈີນ ” ຊຶ່ງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້​ເປັນ​ຢ່າງ​ດີ, ຊຸກຍູ້​ການ​ຮ່ວມ​ມື​ທີ່​ແທດ​ຈິງ​ລະຫວ່າ​ງ 2 ປະ​ເທດ​ໃຫ້​ບັນລຸ​ຄວາມ​ຄືບ​ໜ້າ​ໃໝ່.

   ທາງ​ດ້ານ​ເສດຖະກິດ, ຫວຽດນາມ-ຈີນ ເປັນເອກະສັນກັນ​ເພີ່ມ​ທະວີ​ການ​ປະສານ​ງານຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ປະຕິບັດ“ ​ແຜນ​ກຳ​ນັດ​ພັດທະນາ​ໄລຍະ 5 ປີ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ ຫວຽດນາມ-ຈີນ​ໄລຍະ 2012-2016” ​ ​ແລະ ສາລະບານ​ບັນດາ​ໂຄງການ​ຮ່ວມ​ມື​ທີ່​ສຳຄັນ ເປັນ​ຢ່າງ​ດີ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກໆ​ຂົງ​ເຂດ​ຍິ່ງ​ກ່ວາ​ອີກ, ສູ້​ຊົນ​ບັນລຸ​ຈຸດໝາຍ​ເຖິງ​ປີ 2015 ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ບັນລຸ 60 ຕື້ USD . 2 ຝ່າຍ​ຍັງ ເປັນເອກະສັນກັນຮ່ວມ​ມື​ໃນ​ຂັງ​ເຂດ​ອື່ນໆ​ຄື : ກະ​ສີ​ກຳ, ວັດທະນະທຳ, ສຶກສາ, ວິທະຍາສາດ, ​ເຕກ​ໂນ​ໂລ​ຢີ.....

  ສຳລັບ​ບັນດາ​ຊາຍ​ແດນ, ຜືນ​ແຜ່ນດິນ​, 2 ຝ່າຍເປັນເອກະສັນກັນປະຕິບັດ ​ແຜນ​ງານ​ປີ 2013 ຂອງ​ຄະນະ​ກຳມະການ​ປະສົມກ່ຽວ​ກັບ​ຊາຍ​ແດນທາງບົກ ລະຫວ່າງ 2 ປະ​ເທດ. ດຳ​ເນີນ​ການ​ກໍ່ສ້າງ​ຂົວ ​ເປ​ລວນ 2 ຫວຽດນາມ-ຈີນ. 2 ຝ່າຍເປັນເອກະສັນກັນຈັດການ​ເຈລະ​ຈາ​ຮອບ​ໃໝ່ “ ສັນຍາ​ກ່ຽວ​ກັບ​ຂໍ້​ກຳນົດ​ການ​ເດີນ​ເຮືອ​ຢ່າງ​ເສລີ​ຢູ່​ບໍລິ​ເວນ​ປາກ​ແມ່​ນ້ຳ​ເປ​ລວນ. ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື ​ແລະ ຂຸດ​ຄົ້ນ​ພັດທະນາ​ການທ່ອງທ່ຽວ​ໃນ​ບໍລິ​ເວນ​ນ້ຳຕົກ​ຕາດ ບ້ານ​ຢົກ ​ໃນ 6 ​ເດືອນ​ທ້າ​ຍປີ​ນີ້. 2 ຝ່າຍ ເປັນເອກະສັນກັນສືບ​ຕໍ່​ປະຕິບັດ“ ສັນຍາ​ຮ່ວມ​ມື​ດ້ານ​ອາຊີບ​ການ​ປະມົງ​ໃນ​ເຂດ​ອ່າວ​ພາກ​ເໜືອ​ເປັນ​ຢ່າ​ງດີ.

    2 ຝ່່າຍຍັງ​ແລກປ່ຽນ​ຄຳ​ເຫັນ​ຢ່າງ​ຈິງ​ໃຈ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ບັນຫາ​ທະເລ, ເປັນເອກະສັນກັນຕໍ່​ເລື່ອງ​ການ​ນຳ 2 ພັກ, 2 ລັດ​ຮັກສາ​ການ​ແລກປ່ຽນ ​ແລະ ສົນທະ​ນາ​ເປັນ​ປະຈຳ​ກ່ຽວ​ກັບ​ບັນຫາ​ທະ​ເລ​ລະຫວ່າງ ຫວຽດນາມ-ຈີນ. 2 ຝ່າຍ​ຈະ​ປະຕິ​ບັດ“ ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຊີ້​ນຳ​ການ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ລະຫວ່າງ ຫວຽດນາມ-ຈີນ” ຢ່າງ​ເຂັ້ມ​ງວດ. 2 ຝ່າຍ ເປັນເອກະສັນກັນ​ເພີ່ມ​ທະວີ​ການ​ເຈລະຈາ​ຂອງ​ໜ່ວຍ​ງານ​ນັກວິຊາການ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ບໍ່​ສະດຸ້ງ​ໄວ​ປານ​ໃດ​ບັນ​ທະ​ເລ ຫວຽດນາມ-ຈີນ, ສື​ບຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ປົກ​ປັກຮັກສາຮັກສາສິ່ງ​ແວດ​ລ້ອມ​ທະ​ເລ, ຄົ້ນຄ້ວາ​ວິ​ທະ​ຍາ​ສາດ​ທະ​ເລ, ຊອກ​ຫາ​ກູ້​ໄພ​ກູ້​ຊີບບົນ​ທະ​ເລ, ປ້ອງ​ກັນ ​ແລ​ະ ຕ້ານ​ໄພ​ທຳ​ມະ​ຊາດ ​ແລະ ​ເຊື່ອມ​ຕໍ່ຄົມມະນາຄົມ​ບົນ​ທະ​ເລ... 2 ຝ່າຍ ເປັນເອກະສັນກັນປະຕິບັດຖະ​ແຫຼ​ງການ​ກ່ຽວ​ກັບ​ວິທີ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ” DOC ຢ່າງ​ມີ​ປະສິດທິ​ຜົນ, ພ້ອມ​ກັນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. 

ຂ່າວ/ບົດ​ອື່ນ