ທ່ານປະທານປະເທດ ເຈືອງເຕີ້ນຊາງ ເຄື່ອນໄຫວຢ້ຽມຢາມ ມ້ຽນມາ

ທ່ານປະທານປະເທດ ເຈືອງເຕີ້ນຊາງ ເຄື່ອນໄຫວຢ້ຽມຢາມ ມ້ຽນມາ - ảnh 1
ທ່ານປະທານາທິບໍດີມ້ຽນມາ Thein Sein ​ໃຫ້ການ​ຕ້ອນຮັບ
 ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ​ (ພາບ: TTXVN)


Vovworld-ວັນ​ທີ 30/11, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ປະ​ເທດ ມ້ຽນ​ມາ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ້ນຊາງ ​ໄດ້​ຕ້ອນ​ຮັບ​ປະທານ​ສະພາ​ສູງ ມ້ຽນ​ມາ Khin Aung Myint  ​ແລະ ປະທານ​ສະພາ​ຕຳ່ Thura Swe Mann ຢູ່ ນະຄອນຫລວງ Nay Pi Taw. ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ້​ນຊາງ ​ໄດ້​ໄປ​ຢ້ຽມຢາມ​ກຸງ​ເກົ່າ Yangon, ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ນັກທຸລະກິດ ຫວຽດນາມ ​ແລະ ມ້ຽນ​ມາ, ຢ້ຽມຢາມ​ສຳນັກງານ​ທະນາຄານ​ລົງທຶນ ​ແລະ ພັດທະນາ ຫວຽດນາມ ​ແລະ ສະຫະ​ສະມາຄົມ​ບັນດາ​ນັກ​ລົງທຶນ ຫວຽດນາມ​ ຢູ່ ມ້ຽນ​ມາ, ​ໃຫ້ການ​ຕ້ອນຮັບ​ຜູ້​ວ່າການ​ເຂດ Yanggun Myint Swe. ທີ່​ການ​ຕ້ອນຮັບ​ປະທານ​ສະພາ​ສູງ ​ແລະ ປະທານ​ສະພາ​ຕຳ່​ມ້ຽນ​ມາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ: ຫວຽດນາມ ພ້ອມ​ແລ້ວ​ແບ່ງປັນ​ ​ບັນດາ​ບົດຮຽນ​ກ່ຽວ​ກັບ​ການ​ສ້າງ​ກົດໝາຍ ກັບ​ມ້ຽນ​ມາ, ພິ​ເສດ​ແມ່ນ​ກົດໝາຍ​ຮັບ​ໃຊ້​ການ​ເປີດ​ປະຕູ​ອອກ​ສູ່​ພາຍ​ນອກ, ພັດທະນາ​ເສດຖະກິດ. ທ່ານ​ປະທານ​ສະພາ​ສູງ ​ແລະ ສະພາ​ຕຳ່​ມ້ຽນ​ມາ ​ເຫັນ​ດີ​ຈະ​ລົງ​ນາມ​​ໃນຂໍ້​ຕົກລົງ​ການ​ຮ່ວມ​ມື​ສອງ​ຝ່າຍ​ກັບ ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ໄວ, ສ້າງ​ບັນດາ​ຫນ່ວຍ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ, ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ລະຫວ່າງ​ບັນດາ​ອົງການ​ວິຊາ​ສະ​ເພາະ ​ແລະ ສົມທົບ​ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ ​ແລະ ​ໂຄງການ​ຮ່ວມ​ມື​ລະຫວ່າງ​ສອງ​ລັດຖະບານ, ສືບ​ຕໍ່​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.
ກ່ອນຫນ້ານັ້ນ, ຕອນ​ບ່າຍ​ວັນ​ທີ 29/11, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ​ໄດ້​ເລີ່​ມຕົ້ນ​ການ​ຢ້ຽມຢາມທາງລັດຖະກິດປະເທດ ສ.ສະຫະພາບມ້ຽນມາ ຕາມຄຳເຊີນຂອງປະທານາທິບໍດີມ້ຽນມາ Thein Sein . ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ​ ໄດ້ມີການພົບປະ ກັບປະທານາ ທິບໍດີມ້ຽນມາ Thein Sein. ຕໍ່ຈາກນັ້ນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ​ ແລະ ປະທານາທິບໍດີມ້ຽນມາ Thein Sein ໄດ້ນຳໜ້າຄະນະຜູ້ແທນ ຂັ້ນ​ສູງຂອງ 2 ປະ​ເທດ​ດຳ​ເນີນ​ການ​ເຈ​ລະ​ຈາ. ການ​ນຳ ທັງ 2 ທ່ານ​ຕ່າງ​ກໍ​ໄດ້​ເນັ້ນ​ໜັກ​ເຖິງຄວາມ​ຈຳ​ເປັນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ພົບ​ປະ​ໃນ​ຂັ້ນ​ຕ່າງໆ​ກໍ​ຄື​ການພົວພັນ​ແລກປ່ຽນ​ປະຊາຊົນ ​ແນ​ໃສ່​ຮັດ​ແໜ້ນ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ ​ແລະ ​ເຂົ້າ​ໃຈ​ຊຶ່ງ​ກັນ ​ແລະ ກັນ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ​ ​ແລະ ທ່ານປະທານາທິບໍດີມ້ຽນມາ Thein Sein​ ​ໄດ້​ເປັນ​ເອກະສັນ​ກັນ​ຄວນ​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ລະຫວ່າງ​ 2 ປະ​ເທດ. ພ້ອມ​ກັນ​ນັ້ນ, ກໍ​ເພີ່ມ​ທະວີ ​ແລະ ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຄື ກະ​ສີ​ກຳ-ປ່າ​ໄມ້-ການ​ປະມົງ, ຄົມມະນາຄົມ​ຂົນສົ່ງ, ຂຸດຄົ້ນແຮ່ທາດ ແລະ ອື່ນໆ

     ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ການນຳທັງ 2 ທ່ານຢືນຢັນວ່າ ຫວຽດນາມ ແລະ ມ້ຽນມາຈະສືບຕໍ່ຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ ບັນດາເວທີປາ​ໄສ​ຮ່ວມ​ມື​ຫຼາຍ​ຝ່າຍ​ກໍ​ຄື​ສະໜັບສະໜູນ​ກັນ​ອອກ​ສະ​ໝັກ​ຮັບ​      ເລ​ືອ​ກຕັ້ງ​ເຂົ້າ​ເປັນ​ສະມາ​ຊິກ​ບັນດາ​ອົງການ​ໃນ​ພາກ​ພື້ນ ​ແລະ ສາກົນ.

    ກ່ຽວ​ກັບ​ບັນຫາ​ທະ​ເລຕາ​ເວັນອອກ, ການນຳທັງ 2 ທ່ານ​ໄດ້​ເປັນ​ເອກະສັນ​ກ່ຽວ​ກັບ​ທັດສະນະ​ຄວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​​ເຮືອ​ຢູ່ທະ​​ເລຕາ​ເວັນ​ອອກ; ​ແກ້​ໄຂ​ການ​ພິພາດ​ກັນ​ໂດຍ​ສັນຕິ​ວິທີ​ບົນ​ພື້ນຖານ​ເຄົາລົບກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ ສ.ປ.ຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982(UNCLOS).

     ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ແລະ ທ່ານ​ປະທານາທິ ບໍດີມ້ຽນມາ Thein Sein​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື 3 ສະບັບ, ຊຶ່ງ​ລວມມີ : ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ການ​ກວດກາ , ຕິດຕາມ​ກວດກາ​ທະ​ນາ​ທະນາຄານ​ລະຫວ່າງ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ແລະ ທະນາຄານ​ແຫ່ງ​ລັດ​ມ້ຽນ​ມາ, ສັນຍາ​ຮ່ວມ​ມື​ລະຫວ່າງ​ທາງ​ດ້ານ​ນ້ຳມັນ​ອາຍ​ແກັດ​ລະຫວ່າງ​ກຸ່ມ​ບໍລິສັດນ້ຳມັນ​ອາຍ​ແກັດຫວຽດນາມ ​ແລະ ກະຊວງ​ພະລັງງານ​ມ້ຽນ​ມາ ​ແລະ ສັນຍາ​ຮ່ວມ​ມື​ລະຫວ່າງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ກັບ ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ມ້ຽນ​ມາ.

    ພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ເຈືອງ​ເຕີ້​ນຊາງ​ ແລະ ທ່ານປະທານາທິບໍດີມ້ຽນມາ Thein Sein​ໄດ້​ມີ​ການ​ພົ​ບປະ​ກັບ​ນັກ​ຂ່າວ. ປະທານາທິບໍດີມ້ຽນມາ Thein Sein ກ່າວ​ວ່າ :

    “ຫວຽດນາມ ແລະ ມ້ຽນມາຕ່າງ​ກໍ​ແມ່ນ​ສະມາຊິກ​ອາຊຽນ ​ແລະ ມີ​ສາຍ​ພົວພັນ​ມິດຕະພາບ​ມາ​ແຕ່​ດົນ​ນານ. ພິ​ເສດ 2 ຝ່າຍ​ບໍ່​ມີ​ສິ່ງກິດຂວາງ​ແຕ່ຢ່າງ​ໃດ. ນີ້​ແມ່ນ​ພື້ນຖານ​ທີ່​ສຳຄັນ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ. ຫວຽດນາມ ແລະ ມ້ຽນມາ ມີ 12 ຂົງ​ເຂດ​ຮັບ​ບຸລິມະສິດ​​ໃນ​ການ​ຮ່ວມ​ມືຄື ກະ​ສີ​ກຳ, ປູກ​ຕົ້ນ​ໄມ້​ອຸດສາຫະກຳ, ສິນ​ໃນ​ນ້ຳ, ທະນາຄານ-ການ​ເງິນ, ການບິນ, ​ໂທລະ​ຄົມ ....ຂົງ​ເຂດ​ເຫຼົ​່ານີ້​ໄດ້​ຮັບຄວາມ​ເປັນ​ເອກະສັນ​ກັນ​ຈາກ 2 ຝ່າຍນັບ​ແຕ່​ເດືອນ 4/2010. ຂ້າພະ​ເຈົ້າ​ເຊື່ອ​ແ່ນ​ວ່າ 2 ຝ່າຍ​ຈະ​ບັນລຸ​ບັນດາ​ໝາກຜົນ​ໃນ​ການ​ຮ່ວມ​ມື​ອັນ​ດີ​ງາມ​ໃນ​ຂົງ​ເຂດ​ເສດຖະກິດ ”

       ສ່ວນ ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ​ ​ເນັ້ນ​ໜັ້ກວ່າ :

    “ ທາງ​ດ້ານ​ເສດຖະກິດການ​ຄ້າ ​ແລະ ການ​ລົງທຶນ ຄືປະທານາທິບໍດີມ້ຽນມາ Thein Seinໄດ້​ເວົ້າ​ວ່າ​ແມ່ນ​ມີ 12 ຂົງ​ເຂດ​ຮັບ​ບຸລິມະສິດ​ຊຶ່ງ​ລັດຖະບານ​ຂອງ 2 ປະ​ເທດ​ໄດ້​ຕົກ​ລົງ​ນຳ​ກັນ, ຈະ​ໄດ້​ຮັບ​ການ​ຍູ້​ແຮງ​ໃນ​ກ່ວາ​ອີກ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ບົນ​ຈິດ​ໃຈຄວາມ​ຮັກ​ແພງ​ອ້າຍ​ນ້ອງ, 2 ຝ່າຍ​ໄດ້​​ຊ່ວຍ​ເຫຼືອ​ຊຶ່ງ​ກັນ ​ແລະ ກັນ​ເພື່ອ​ພ້ອມ​ກັນ​ພັດທະນາ. ​ໃນ​ຂົງ​ເຂດ​ພົວພັນ​ຕ່າງປະ​ເທດ, ພວກ​ເຮົາ​ໄດ້​ປຶກສາ​ຫາລື​ນຳ​ກັນ ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ​້ນຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ ”

 

ຂ່າວ/ບົດ​ອື່ນ