ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກ ຢູ່ແຂວງຫາຍເຢືອງ

ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກ ຢູ່ແຂວງຫາຍເຢືອງ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ​ ​
ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຕາ​ແສງ ​ເຍີນກວ່ຽນ)


(vovworld) – ຕອນ​ເຊົ້າ​ວັນ​ທີ 06/02, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ​ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຕາ​ແສງ ​ເຍີນກວ່ຽນ, ​ເມືອງ​ບິ່ງ​ຢາງ, ​ແຂວງ​ຫາຍ​​ເຢືອງ; ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ປະຈຳ​ຊາດຄອບຄົວ​ນະ​ໂຍບາຍ​ຢູ່​ນະຄອນ​ຫາຍ​​ເຢືອງ.

        ທີ່​ການ​ເຮັດ​ວຽກ​ກັບອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ຕາ​ແສງ​ເຍີນກວ່ຽນ, ເມືອງ​ບິ່ງ​ຢາງ, ​ແຂວງ​ຫາຍ​​ເຢືອງ, ທ່ານ​ປະທານ​ປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ເຊິ່ງອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ໃນ​ຕາ​ແສງ​ບັນລຸ​ໄດ້ ​ໃນ​ການ​ປະຕິບັດ​ສຳ​ເລັດ 19 ມາດຖານ​ກໍ່ສ້າງຊົນນະບົດ​ໃໝ່. ຜ່ານ​ການ​ປະຕິ​ບັດ​ໂຄງການ​ດັ່ງກ່າວ, ຊີວິດ​ການ​ເປັນ​ຢູ່​ຂ​ອງປະຊາຊົນ​ໄດ້​ຮັບ​ການ​ປັບປຸງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໄດ້​ຮັບ​ການ​ຮັກສາ​ໄວ້​ຢ່າງ​ໝັ້ນຄົງ. ທ່ານ​ປະທານ​ປະ​ເທດ​ຖື​ວ່າ, ອຳນາດ​ການ​ປົກຄອງ ​ແລະ ອົງຄະ​ນະ​ພັກ​ຕາ​ແສງ ຕ້ອງ​ເສີມ​ຂະຫຍາຍ​ທ່າ​ແຮງ​ທີ່​ມີ​ຢູ່​ແລ້ວ, ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ດ້ານ​ກົນ​ຈັກ, ວິທະຍາສາດ​ເຂົ້າ​ໃນ​ກະສິກຳ, ສ້າງ​ເງື່ອນ​ໄຂ​ເພື່ອ​ພັດທະນາ​ຂະ​ແໜງ​ອາຊີບ, ສ້າງ​ວຽກ​​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ​ຊົນ​ນະ​ບົດ.

ຂ່າວ/ບົດ​ອື່ນ