ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກຢູ່ບັນດາແຂວງພາກກາງ

ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກຢູ່ບັນດາແຂວງພາກກາງ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ)
(vovworld) -  ໂດຍ​ສືບ​ຕໍ່​ການ​ໄປ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ​ທາງ​ພາກ​ກາງ, ຕອນ​ເຊົ້າ​ວັນ​ທີ 03/03, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ​ໂຮງ​ໝໍ​ສູນ​ກາງ​ເຫ໋ວ, ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ທ່ານໝໍ​ຫວຽດນາມ (27/02) ​ແລະ​ມອບ​ນາມມະຍົດ ວິລະ​ຊົນ​ແຮງ​ງານ​ໄລຍະ​ປ່ຽນ​ໃໝ່​ໃຫ້​ແກ່ ສາດສະ​ດາ​ຈານ, ປະລິຍາ​ເອກ, ​ແພດໝໍປະຊາຊົນ ບຸ່ຍ​ດຶກ​ຟຸ໋, ຫົວໜ້າ​ໂຮງໝໍ​ສູນ​ກາງ​ເຫ໋ວ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​ໄດ້​ເນັ້ນ​ໜັກ​ວ່າ; ຍາມ​ໃດ ພັກ, ລັດ ​ຫວຽດນາມກໍ​ເອົາ​ໃຈ​ໃສ່ ​ແລະ ຖື​ການ​ປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ​ແມ່ນ​ໜ້າ​ທີ່​ຍຸດ​ທະ​ສາດ​ສຳຄັນ. ​ແລະ ​ເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່​ທີ່​ໄດ້​ຮັບໄຊຊະນະ​ນີ້, ຂະ​ແໜງ​ສາ​ທາລະນະ​ສຸກ, ຖັນ​ແຖວ​ ທ່ານໝໍຕ້ອງ​ຮັບ​ໜ້າ​ທີ່​ອັນ​ໜັກໜ່ວງ ​ແຕ່​ພັດສະຫງ່າ​ລາ​ສີ.

“ຂະ​ແໜງ​ສາທາລະນະ​ສຸກ​ຕ້ອງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ ປັບປຸງ​ເຄື​ອຂ່າຍສາທາລະນະ​ສຸກ​ຂັ້ນ​ຮາກ​ຖານ, ຍົກ​ສູງ​ຄວາມ​ສາມາດ​ຂອງ​ບັນດາສຸກສາລາ, ​ໂຮງ​ໝໍຂັ້ນ​ເມືອງ, ຍົກ​ສູງ​ໂຮງໝໍ​ຂັ້ນແຂວງ ​ແລະ ຂັນ​ສູນ​ກາງ, ບົນພື້ນຖານ​ລັດ​ເພີ່ມ​ທະວີ​ການ​ລົງທຶນ, ພ້ອມ​ທັງ​ຍູ້​ແຮງ​ເລື່ອງ​ເຫັນ​ເປັນ​ວຽກ​ງານສັງຄົມ, ພັດທະນາ​ລະບົບສາທາລະນະ​ສຸກພາກ​ລັດ ​ແລະ ​ພາກເອກະ​ຊົນ. ຍົກ​ສູນ​ຄຸນສົມບັດ, ຕໍ່ສູ້​ຍູ້​ໃຫ້​ໄພ​ຫຍໍ້​ທໍ້​ໃນ​ການກວດ, ບິນ​ປົວ​ພະຍາດໃຫ້​ຖ້ອຍ​ໄປ; ສ້າງ​ພື້ນຖານ​ສາທາລະນະ​ສຸກວິທະຍາຫວຽດນາມ ​ໃຫ້​ກ້າວ​ໜ້າ ​ແລະ ທັນ​ສະ​ໄໝ ທັດ​ທຽມ​ກັບລະດັບ​ຂອງບັນດາ​ປະ​ເທດ​ທີ່​ມີ​ພື້ນຖານ​ການ​ແພດວິທະຍາສາດ​ ​ທີ່​ກ້າວໜ້າ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.”


ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກຢູ່ບັນດາແຂວງພາກກາງ - ảnh 2
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​
ພົບປະກັບປະຊາຊົນຕາແສງ ວິ້ງ​ແທກ
(ພາບ: chinhphu.vn)


ແລະໃນວັນ​ທີ 02/03, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ແຂວງ ກວາ​ງຈິ້ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ເສດຖະກິດ​ສັງຄົມ ​ແລະ ຮັບປະກັນ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວັນ​ແຂວງ. ​​ໃນ​ການເຮັດ​ວຽກກັບການ​ນຳ​ຫຼັກ​​ແຫຼ່ງ​ແຂວງ​ກວາງ​ຈິ້, ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ, ​ແຂວງ​ກາງ​ຈິ້ ມີ​ຄວາມ​ສາມາດ​ບົມຊ້ອນ​ຫຼາຍ​ຢ່າງ​ຄື: ດ້ານການ​ຄ້າ, ການ​ບໍລິການ, ການທ່ອງທ່ຽວ ​ໂດ​ຍສະ​ເພາະ​ແມ່ນ​ມີ​ດ່ານ​ຊາຍ​ແດນທີ່​ເຊື່ອມຕໍ່​ກັບ​ບັນດາ​ປະ​ເທດອາ​ຊຽນ. ​ເພາະສະ​ນັ້ນ, ​ແຂວງ​ຕ້ອງ​ມີ​ມາດ​ຕະການ​ ​ແລະ ຂໍ້​ສະ​ເໜີ​​ເພື່ອພ້ອມ​ກັບ​ສູນ​ກາງ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ, ພ້ອມ​ທັງ​ສົມທົບ​ກັບປະ​ເທດ​ຕ່າງໆ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ ​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃນ​ການ​ຂົນສົ່ງ​ສິນຄ້າ, ແນ​ໃສ່​ເສີມ​ຂະຫຍາຍ​ແລວ​ເສດຖະກິດ​ສຳຄັນ​ນີ້. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ວ່າ ຈາກ​ບັນດາ​ຮູບ​ແບບ​ຜະລິດ​ກຳ​ສິກຳ, ອຸດສາຫະກຳ​ທີ່ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ, ​ແຂວງ ກວາງ​ຈິ້ ຕ້ອງ​ຖອດ​ຖອນ​​ເອົາບົດຮຽນ ​ແລະ ຜັນ​ຂະຫຍາຍ​ໂດ​ຍ​ໄວ ​ເພື່ອປະຕິບັດ​ສຳ​ເລັດ​ໜ້າ​ທີ່​ພັດທະນາ​ທີ່​ໄດ້​ວາງ​ອອກ.

ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໄປ​ຊອກ​ຮູ້​ຮູບ​ແບບ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ ວິ້ງ​ແທກ. ທ່ານ​ປະທານ​ປະ​ເທດ​ຊີ້​ແຈ້ງວ່າ ຄຽງ​ຂ້າງ​ການ​ລົງທຶນ​ຂອງກ​ລັດ​ແລ້ວ, ຕ້ອງ​ຮູ້​ດຶງ​ດູດ​ແຫຼ່ງກຳລັງ​ສັງຄົມ​ເພື່ອ​ພັດທະນາ ​ແລະ ສຳຄັນ​ທີ່​ສຸດ​ແມ່ນ​ປະຊາຊົນຕ້ອງເປັນ​ເຈົ້າການ, ​ຈາກການ​ຕິດຕາມ​ກວດກາ, ການປະຕິບັດ ​ແລະ ຄຸ້ມ​ຄອງ... ​ຈຶ່ງ​ບັນລຸ​ໄດ້​ໝາກຜົນ​ທີ່​ໝັ້ນຄົງ​.

ແລະ​ກໍ​ໃນ​ການ​ຢ້ຽມຢາມ​ແຂວງ ກວາງ​ຈິ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໄປ​ຖະຫວາຍ​ທູບຖຽນຢູ່ສຸ​ສານນັກຮົບທີ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ເຈື່ອງ​ເຊີນ, ສູນ​ສານນັກຮົບທີ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ແຫ່ງ​ຊາດ ​ເສັ້ນທາງ​ເລກ 9, ອານຸສາ​ວະລີ​ກຳ​ແພງ​ເກົ່າ ກວາງ​ຈິ້​ ແລະ ​ເຂດ​ອານຸສອນ​ສະຖານ​ອະດີດ​ເລຂາທິການ​ໃຫຍ່ ​ເລ​ຢວນ.
ຂ່າວ/ບົດ​ອື່ນ