ທ່ານ​ປະ​ທານ​ປະ​ເທດ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 4 ສະ​ພາ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ

(VOVWORLD) -ທີ່ກອງປະຊຸມ, ສະພາກໍໄດ້ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຜົນງານທີ່ບັນລຸໄດ້ໃນບັນດາຂົງເຂດ, ໂດຍສະເພາະແມ່ນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພົວພັນຕ່າງປະເທດໃນໄລຍະຜ່ານມາ, ໄຈ້ແຍກ, ສະເໜີແນະເນື້ອໃນການເຄື່ອນໄຫວ, ໜ້າທີ່ປີ 2024.
ທ່ານ​ປະ​ທານ​ປະ​ເທດ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 4 ສະ​ພາ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ກອງປະຊຸມ 

ຕອນບ່າຍວັນທີ 4 ມັງກອນ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ປະທານສະພາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໄດ້ເປັນປະທານກອງປະຊຸມຄັ້ງທີ 4 ຂອງ ສະພາ ໃນໄລຍະ 2021 – 2026. ເຂົ້າຮ່ວມກອງປະຊຸມ ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຮອງປະທານສະພາ; ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ທ່ານລັດຖະມົນຕີກະຊວງຕຳຫຼວດ ພົນເອກ ໂຕເລີມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ພົນເອກ ຟານວັນຢາງ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ພ້ອມດ້ວຍບັນດາສະມາຊິກອົງການຊ່ວຍວຽກໃຫ້ແກ່ສະພາ.

         ຕາງໜ້າໃຫ້ສະພາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ປະທານສະພາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ສະເໜີວ່າ ໃນໄລຍະຈະມາເຖິງ, ບັນດາກຳລັງ, ອົງການມີໜ້າທີ່ທີ່ກ່ຽວຂ້ອງ ຈະສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້; ເຊື່ອມຊຶມ, ຕິດຕາມຢ່າງໃກ້ຊິດ ແລະ ປະຕິບັດບັນດາແຜນນະໂຍບາຍ, ແນວທາງ, ລັດຖະນະໂຍບາຍຂອງກົມການເມືອງ, ຄະນະເລຂາ, ສະພາແຫ່ງຊາດ, ລັດຖະບານຢ່າງມີປະສິດທິຜົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດໃຫ້ໝັ້ນຄົງ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ.

         ທີ່ກອງປະຊຸມ, ສະພາກໍໄດ້ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຜົນງານທີ່ບັນລຸໄດ້ໃນບັນດາຂົງເຂດ, ໂດຍສະເພາະແມ່ນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພົວພັນຕ່າງປະເທດໃນໄລຍະຜ່ານມາ, ໄຈ້ແຍກ, ສະເໜີແນະເນື້ອໃນການເຄື່ອນໄຫວ, ໜ້າທີ່ປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ