ທ່ານ​ປະ​ທານ​ປະ​ເທດ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ໜູນ​ຊ່ວຍ​ຕຸ​ລາ​ການ ດ້ານ​ອາ​ຍາ ​ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຕາ​ລີ

(VOVWORLD) - ການໃຫ້ສັດຕະຍາບັນ ສົນທິສັນຍາເໝາະສົມກັບແນວທາງການຕ່າງປະເທດຢ່າງເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງຂອງພັກ ແລະ ລັດ ຫວຽດນາມ ດ້ວຍຖານະບົດບາດເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ

ວັນທີ 5 ກຸມພາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ສັດຕະຍາບັນ ສັນຍາໜູນຊ່ວຍ ຕຸລາການດ້ານອາຍາ ລະຫວ່າງ ຫວຽດນາມ ແລະ ອີຕາລີ. ການໃຫ້ສັດຕະຍາບັນສົນທິສັນຍາແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສໃນສະພາບການໃໝ່, ສ້າງພື້ນຖານດ້ານນິຕິກຳໂດຍກົງ ແລະ ຄົບຖ້ວນເພື່ອໃຫ້ບັນດາອົງການປະຕິບັດກົດໝາຍຂອງສອງປະເທດຮ່ວມມືໃນຂົງເຂດໜູນຊ່ວຍ ຕຸລາການດ້ານອາຍາ, ພ້ອມທັງປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງສອງປະເທດໃຫ້ດີກ່ວາອີກ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາອົງການຕຸລາການສອງປະເທດເວົ້າສະເພາະ, ລະຫວ່າງ ຫວຽດນາມ ແລະ ອີຕາລີ ເວົ້າລວມ. ການໃຫ້ສັດຕະຍາບັນ ສົນທິສັນຍາເໝາະສົມກັບແນວທາງການຕ່າງປະເທດຢ່າງເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງຂອງພັກ ແລະ ລັດ ຫວຽດນາມ ດ້ວຍຖານະບົດບາດເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ແມ່ນການຫັນບັນດາຄຳໝັ້ນສັນຍາສາກົນຂອງ ຫວຽດນາມ ໃນຂົງເຂດຕຸລາການດ້ານອາຍາ, ການຮ່ວມມືປ້ອງກັນ, ຕ້ານອາດຍະຍາກຳໃຫ້ເປັນອັນລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ