ທ່ານປະທານປະເທດຕ້ອນຮັບຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງພາຍໃນກຳປູເຈຍ

ທ່ານປະທານປະເທດຕ້ອນຮັບຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງພາຍໃນກຳປູເຈຍ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​
ໃຫ້ການ​ຕ້ອນຮັບ​ທ່ານ Samdech Krolahom Sarkheng

(vovworld) - ຕອນ​ບ່າຍ​ວັນ​ທີ 09/01 ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ໃຫ້ການ​ຕ້ອນຮັບ​ທ່ານ Samdech Krolahom Sarkheng ຮ​ອງນາຍົກ ລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ພາຍ​ໃນລາຊະ​ອານາຈັກ ກຳປູ​ເຈຍ ທີ່​ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຊົມ​ເຊີຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ພາຍ​ໃນ​ລາຊະ​ອານາຈັກ ກຳປູ​ເຈຍ ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ປີ 2016 ​ແລະ ລົງ​ນາມ​ໃນ​​ແຜນການ​ຮ່ວມ​ມື​ປີ 2017 ລະຫວ່າງ​ກະຊວງ​ຕຳຫລວດ ຫວຽດນາມ ກັບ ກະຊວງ​ພາຍ​ໃນ​ລາຊະ​ອານາຈັກ ກຳປູ​ເຈຍ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ກະຊວງສືບ​ຕໍ່​ເສີມ​ຂະຫຍາຍ​ໝາກຜົນ​ທີ່​ບັນລຸ​ໄດ້, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ທັງ​ລວງ​ກ້ວາງ ​ແລະ ລວງ​ເລິກ, ໜູນ​ຊ່ວຍ​ການຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ປະຕິບັດສຳ​ເລັດ​ໜ້າ​ທີ່. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ 2 ກະຊວງ ສືບຕໍ່ຮັກສາ​ການ​ພົບ​ປະ​ລະ​ຫວ່າງ​ການ​ນຳຂັ້ນ​ສູງ ​ແລະ ຂັ້ນ​ຊ່ຽວຊານ ​ເພື່ອ​ແລກປ່ຽນຂໍ້​ມູນ​ຂ່າວ, ​ແບ່ງປັນ​ບົດຮຽນ​ໃນ​ບັນດາ​ຂົງ​ເຂດ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ພ້ອມ​ທັງ ຢືດໝັ້ນ​ປະຕິບັດ​ຫຼັກການ ບໍ່​ປະ​ໃຫ້ກຳລັງປໍ​ລະ​ປັກ​ໃດໆ ນຳ​ໃຊ້​ຜືນ​ແຜ່ນດິນ​ຂອງ​ປະ​ເທດ​ນີ້ ​ເພື່ອ​ທຳລາຍ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ອື່ນ, ບໍ່​ປະ​ໃຫ້​ບັນດາ​ກຳລັງຫົວ​ຮຸນ​ແຮງກະຕຸກ​ຊຸກຍູ້ຄວາມ​ອາ​ຄາດ​ບາດໝາງຊົນ​ຊາດ, ​ແບ່ງ​​ແຍ​ກທຳລາຍ​ການ​ພົວພັນ​ຮ່ວມ​ມື, ມິດຕະພາບ​ລະຫວ່າງ 2 ປະ​ເທດ.  

 

ຂ່າວ/ບົດ​ອື່ນ