ທ່ານປະທານປະເທດຫວຽດນາມຕ້ອນຮັບປະທານສານສານຮົງກາຣີ

ທ່ານປະທານປະເທດຫວຽດນາມຕ້ອນຮັບປະທານສານສານຮົງກາຣີ - ảnh 1
ທ່ານ​ປະທານ​ປະ​ເທດ​ ເຈືອງເຕີນຊາງ ​ຕ້ອນຮັບ​ປະທານ​ສານ​ສານ​ຮົງກາຣີ
(ພາບ: TTXVN)


(vovworld) ​​- ຕອນ​ບ່າຍ​ວັນ​ທີ 12/11, ທີ່​ສຳນັກງານ​ປະທານ​ປະ​ເທດ​, ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕິ​ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານ​ ສານ​ຮົງ​ກາຣີ Darak peter ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ.

       ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິນຊາງ ​ໃຫ້​ຮູ້​ວ່າ​ຫວຽດນາມ ​ໄດ້ ​ແລະ ພວມ​ເຈລະຈາ​ລົງ​ນາມ​ໃນ​ສັນຍາ​ສາກົນ​ຫຼາຍ​ສະບັບ, ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ປະ​ເທດ​ຊາດ​ກໍ່​ຄື​ການ​ເຊື່ອມ​ໂຍງ​ເຂົ້າກັບ ສາກົນ​ໃນ​ຂົງ​ເຂດ​ຍຸຕິ​ທຳ, ​ວຽກ​ງານ​ບຳລຸງ​ສ້າງ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ໃຫ້​ພະນັກງານ​ພິພາກສາ ​ເພື່ອຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ແມ່ນ​ສຳຄັນ​ທີ່​ສຸດ. ທ່ານ​ປະທານ​ປະ​ເທດຫວຽດນາມ​ເຈືອງ​ເຕິ​ນຊາງ ຖື​ວ່າ: 2 ຝ່າຍ​ຄວນ​ຍູ້​ແຮງ​ການ​ແລກປ່ຽນ​ຄະນະ​ຜູ້​ແທນເພື່ອ​ຮຳ່ຮຽນແບ່ງປັນ​ບົດຮຽນຂອງ​ກັນ.

        ທ່ານ​ປະ​ທານ​ສານ​ ຮົງ​ກາຣີ Darak peter ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ມິດ​ຕະພາບ​ ​ແລະ ການຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ ລະຫວ່າງ 2 ປະ​ເທດ​ຄວນ​​ສືບ​ຕໍ່​ຮັກສາ ​ແລະ ພັດທະນາ​ຜ່ານ​ການ​ຊຸກຍູ້​ຄວາມ​ສາມາດ​ບົ່ມ​ຊ້ອນ​​ຮ່ວມ​ມື 2 ປະ​ເທດ. ທ່ານ​ປະ​ທານ​ສານ ຮົງ​ກາຣີ Darak peter ຢັ້ງຢືນ​ວ່າ: ຮົງ​ກາຣີ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ ​ພ້ອມ​ແລ້ວ​ທີ່​ຈະແບ່ງປັນ​ບົດຮຽນ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຍຸຕິ​ທຳ​ ກັບຫວຽດນາມ.

ຂ່າວ/ບົດ​ອື່ນ