ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງຕອບສຳພາດຕໍ່ສື່ມວນຊົນອີຢີບ

(VOVWORLD) -ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ອີຢີບແຕ່ວັນທີ 25 -29 ສິງຫາ,  ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ຕອບສຳພາດຕໍ່ສື່ມວນຊົນ ອີຢີບ. 

ທ່ານປະທານປະເທດ ໃຫ້ຮູ້ວ່າ: ນີ້ແມ່ນການຢ້ຽມຢາມ ອີຢີບ ເປັນຄັ້ງທຳອິດໃນຖານະເປັນປະທານປະເທດຫວຽດນາມ ແລະກໍ່ແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳຂັ້ນສູງຫວຽດນາມ ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1963. ການຢ້ຽມຢາມຄັ້ງນີ້ ອີກຄັ້ງຫນຶ່ງຢືນຢັນ: ຫວຽດນາມມີຄວາມປາດຖະຫນາຢາກສືບຕໍ່ທ່າພັດທະນາໃນການພົວພັນສອງຝ່າຍຕາມທິດແທດຈິງ ມີປະສິດທິຜົນ.

ກ່ຽວກັບແງ່ຫວັງການຮ່ວມມື ລະຫວ່າງຫວຽດນາມ ແລະ ອີຢີບ ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ເຈີນດ້າຍກວາງ ຖືວ່າ ການຮ່ວມມືລະຫວ່າງສອງປະເທດ ຍັງມີກາລະໂອກາດຫລາຍຢ່າງ ແລະ ແງ່ຫວັງ ອັນໃຫຍ່ຫລວງ, ມີທ່າໄດ້ປຽບຫລາຍຢ່າງເພື່ອເພີ່ມທະວີການສົ່ງອອກບັນດາປະເພດສິນຄ້າມີທ່າແຮງເຂົ້າຕະຫລາດຂອງກັນກໍ່ຄືຫນູນຊ່ວຍເຊິ່ງກັນ ແລະກັນໃນການເປີດກວ້າງຕະຫລາດ. ຫວຽດນາມ ພ້ອມແລ້ວຫນູນຊ່ວຍ ອີຢີບ ສຳຜັດກັບ ອາຊຽນ ແລະ ຜ່ານ ອີຢີບ ຫວຽດນາມ ສາມາດເຂົ້າຕະຫລາດ ຕາເວັນອອກກາງ, ອາຟຼິກາ.

ຕອບກັບ

ຂ່າວ/ບົດ​ອື່ນ